ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກວ໋າງ​ບິ່ງ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດນັບ​ມື້​ນັບຫຼາຍ​ຂຶ້ນ

(VOVWORLD) - ຕອນຄ່ຳວັນທີ 2 ມິຖຸນາ, ຢູ່ແຂວງ ກວ໋າງບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ກວ໋າງບິ່ງ ຄົບຮອບ 420 ປີ (1604 - 2024), 75 ປີແຫ່ງວັນແຂວງ ກວ໋າງບິ່ງລຸກຮືຂຶ້ນ ຢ່າງອົງອາດກ້າຫານ (15/7/1949 - 15/7/2024) ແລະ 35 ປີແຫ່ງວັນສ້າງຕັ້ງແຂວງ ຄືນໃໝ່ (1/7/1989 - 1/7/2024).
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກວ໋າງ​ບິ່ງ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດນັບ​ມື້​ນັບຫຼາຍ​ຂຶ້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ແຂວງ ກວ໋າງບິ່ງ ຍາມໃດກໍແມ່ນແຂວງທີ່ມີທີ່ຕັ້ງຍຸດທະສາດສຳຄັນຂອງປະເທດຊາດ; ຢັ້ງຢືນບົດບາດ, ທີ່ຕັ້ງສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດນັບມື້ນັບຫຼາຍຂຶ້ນ, ໂດຍສາມາດເຫັນໄດ້ຜ່ານບັນດາຕົວເລກທີ່ໜ້າຈັບໃຈໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພິເສດ, ເສດຖະກິດຂອງແຂວງ ໄດ້ມີການເຕີບໂຕຢ່າງລຽນຕິດໃນລະດັບສູງ, ສະເລ່ຍແຕ່ໄລຍະ 2019 – 2023 ບັນລຸ 7,9%. ຂະແໜງການທ່ອງທ່ຽວໄດ້ກາຍເປັນຂະແໜງປາຍແຫຼມ, ຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫວຽດ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

        “ເຂດດິນແດນ ກວ໋າງບິ່ງທີ່ແດດກ້າ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກໍ່ຕາມ ແຕ່ຄວາມອົງອາດກ້າຫານ, ບໍ່ຍອມຈຳນົນໃນປາງສົງຄາມ ແລະ ຈະສືບຕໍ່ໄດ້ບືນຕົວຂຶ້ນພັດທະນາຢ່າງແຮງ. ທົ່ວປະເທດເຊື່ອໝັ້ນວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວ໋າງບິ່ງ ຈະສືບຕໍ່ສາມັກຄີ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າບຸກທະລຸເພື່ອປະຕິບັດບັນດາເປົ້າໝາຍ, ຍຸດທະສາດ ແລະ ວິໄສທັດທີ່ໄດ້ວາງອອກຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ສຳເລັດຜົນ”.

        ພາຍຫຼັງພິທີສະເຫຼີມສະຫຼອງ ແມ່ນລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ “ກວ໋າງບິ່ງ ວິວັດທະນາການແຫ່ງຄວາມຄາດຫວັງ ແລະ ພັດທະນາ”.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ