ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງທະນາຄານຕ້ອງປະຕິບັດບົດບາດເປັນຂະແໜງສຳຄັນຂອງພື້ນຖານເສດຖະກິດ

(VOVWORLD) - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ທະນາຄານແມ່ນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ເມື່ອໄຈ້ແຍກສະພາບການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025.
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງທະນາຄານຕ້ອງປະຕິບັດບົດບາດເປັນຂະແໜງສຳຄັນຂອງພື້ນຖານເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2024
(ພາບ:VOV)

ຕອນເຊົ້າວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2024. ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຂຶ້ນຕາມຮູບແບບເຊິ່ງໜ້າທີ່ສຳນັກງານທະນາຄານແຫ່ງລັດ ຫວຽດນາມ ຢູ່ຮ່າໂນ້ຍ, ແບບທາງໄກກັບ 63 ສາຂາທະນາຄານແຫ່ງລັດ ບັນດາແຂວງ, ນະຄອນໃນທົ່ວປະເທດ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ທະນາຄານແມ່ນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ເມື່ອໄຈ້ແຍກສະພາບການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ຮັບມອບໝາຍໃນປີ 2024 ແລະ ໄລຍະ 2021 - 2025 ຢ່າງມີໄຊ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

        “ສະເໜີໃຫ້ລະບົບຂະແໜງທະນາຄານເຮັດແນວໃດໃຫ້ທັນການ, ມີປະສິດທິຜົນ, ບໍ່ເຮັດໃຫ້ໃຫ້ລັດຖະບານຢູ່ໃນທ່າຮັບ, ຕົກສະເງີ້ກ່ຽວກັບນະໂຍບາຍເງິນຕາ ແລະ ບໍ່ໃຫ້ວຽກງານສັນຈອນຂອງເງິນຕາຖືກຕິດຂັດ ເພື່ອໃຫ້ພື້ນຖານເສດຖະກິດພັດທະນາໄວ ແຕ່ຍືນຍົງ, ບໍປະໃຫ້ປະຊາຊົນ , ວິສາຫະກິດຂາດທຶນ ເມື່ອຕ້ອງການການໜູນຊ່ວຍຂອງລະບົບທະນາຄານ, ລະບົບບັນດາອົງການສິນເຊື່ອ ແລະ ບໍ່ປະໃຫ້ເກີດສະພາບການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ຊ່ອງຫວ່າງໃນການຄຸ້ມຄອງຂອງລະບົບທະນາຄານ. ຕ້ອງເຮັດແນວໃດໃຫ້ລະບົບທະນາຄານພັດທະນາໄວ, ຮອບດ້ານ, ກວມລວມ ແລະ ຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ