ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງສານເອົາໃຈໃສ່ເປັນພິເສດ ແລະ ສືບຕໍ່ຊຸກຍູ້ການຫັນເປັນດິຈິຕອນ

(VOVWORLD) -  ຕອນບ່າຍວັນທີ 16 ມິຖຸນານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດິຈິຕອນ ໄດ້ເຂົ້າຮ່ວມກອງປະຊຸມແນະນຳຮູບແບບການຫັນເປັນດີຈີຕອນທີ່ປະສົບຜົນສຳເລັດຢູ່ຂັ້ນ ກະຊວງແລະ ຂະແໜງການຂອງຂະແໜງສານ. ກອງປະຊຸມ ໂດຍສານປະຊາຊົນສູງສຸດ ຈັດຕັ້ງຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ທາງອອນລາຍກັບສານປະຊາຊົນກວ່າ 800 ແຫ່ງໃນທົ່ວປະເທດ.
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງສານເອົາໃຈໃສ່ເປັນພິເສດ ແລະ ສືບຕໍ່ຊຸກຍູ້ການຫັນເປັນດິຈິຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

    ກ່າວຄຳເຫັນທີ່ກອງປະຊຸມຢູ່ສະຖານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ ແລະ ລັດ ໄດ້ກຳນົດຢ່າງຈະແຈ້ງການຫັນເປັນດີຈີຕອນແຫ່ງຊາດແມ່ນວຽກງານການເມືອງສຳຄັນ, ທ່າອ່ຽງຈຳເປັນຕ້ອງປະຕິບັດ ແລະ ຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສໃນກິດຈະການພັດທະນາປະເທດຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ວຽກງານກໍ່ສ້າງສານເອເລັກໂຕຼນິກໄດ້ຮັບຖືວ່າເປັນວຽກງານສຳຄັນອັນໜຶ່ງໃນວິວັດທະນາການປະຕິຮູບດ້ານຕຸລາການ, ແລະເປັນວຽກງານອັນຮີບດ່ວນຂອງລະບົບສານໃນການຍົກສູງປະສິດທິຜົນການເຄື່ອນໄຫວ.

   ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງສານຕ້ອງເອົາໃຈໃສ່ເປັນພິເສດ ແລະ ສືບຕໍ່ຍູ້ແຮງການສ້າງລະບອບລະບຽບການ, ກົນໄກນະໂຍບາຍໃນການຫັນເປັນ ດີຈີຕອນ, ກໍ່ສ້າງສານເອເລັກໂຕນິກ; ຍູ້ແຮງການພັດທະນາ ພື້ນຖານໂຄງລ່າງດິຈິຕອນແລະ ພື້ນຖານດີຈິຕອນ ເພື່ອສ້າງປະຖົມປັດໄຈທີ່ສຳຄັນໃນການກໍ່ສ້າງ ສານເອເລັກໂຕນິກແລະຮັບປະກັນຄວາມປອດໄພ ທາງເຄືອຂ່າຍແລະຄວາມປອດໄພຂອງຂໍ້ມູນຂ່າວສານໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ