ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊາວໜຸ່ມຕ້ອງແມ່ນກຳລັງປະຈັນບານ, ເປັນເຈົ້າກິດຈະການຫັນເປັນດີຈີຕອນ ແລະ ນຳ ຫວຽດນາມ ກາຍເປັນປະເທດດີຈີຕອນໂດຍໄວ

(VOVWORLD) - ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາກະຊວງ, ຂະແໜງການໄດ້ຕອບຄຳຖາມຂອງຊາວໜຸ່ມກ່ຽວຂ້ອງເຖິງບັນດາບັນຫາຄື: ປົກປ້ອງແຫຼ່ງຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ; ວຽກເຮັດງານທຳຕໍ່ໜ້າການພັດທະນາຂອງປັນຍາປະດິດ (AI).

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 26/3/2024), ຕອນເຊົ້າວັນທີ 26 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະສັງສັນ ແລະ ໂອ້ລົມສົນທະນາກັບຊາວໜຸ່ມ. ກອງປະຊຸມມີຫົວຂໍ້ “ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມໃນກິດຈະການຫັນເປັນດີຈີຕອນແຫ່ງຊາດ”. ນີ້ແມ່ນຄັ້ງທີ 2 ທີ່ທ່ານນາຍົກລັດຖະມົນຕີໄດ້ໂອ້ລົມສົນທະນາກັບຊາວໜຸ່ມພາຍຫຼັງກົດໝາຍວ່າດ້ວຍຊາວໜຸ່ມ (ປີ 2020) ຖືກປະກາດໃຊ້.

        ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາກະຊວງ, ຂະແໜງການໄດ້ຕອບຄຳຖາມຂອງຊາວໜຸ່ມກ່ຽວຂ້ອງເຖິງບັນດາບັນຫາຄື: ປົກປ້ອງແຫຼ່ງຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ; ວຽກເຮັດງານທຳຕໍ່ໜ້າການພັດທະນາຂອງປັນຍາປະດິດ (AI). ທ່ານນາຍົກລັດຖະມົນຕີ ສະເໜີຊາວໜຸ່ມສຸມໃສ່ປະຕິບັດ 3 ຂະບວນການ, ໃນນັ້ນມີການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຮຽນພາສາຕ່າງປະເທດ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລັດຖະບານຈະມີມາດຕະການຫັນປ່ຽນ, ຫັນຕະຫຼາດແຮງງານເປັນຫຼາຍຮູບຫຼາຍແບບ, ສ້າງການແກ່ງແຍ້ງ, ຮຽກຮ້ອງທຸກຄົນລ້ວນແຕ່ຕ້ອງມານະພະຍາຍາມຫຼາຍກ່ວາອີກ, ໃນນັ້ນຍົກສູງລະດັບ, ກຳລັງຄວາມສາມາດ, ທັກສະ ກ່ຽວກັບການຫັນປ່ຽນດີຈີຕອນໃຫ້ຊາວໜຸ່ມຊົນນະບົດ, ມີນະໂຍບາຍພັດທະນາຫັນເປັນດີຈີຕອນຢູ່ເຂດຊົນນະບົດ…

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ຫາກໍ່ໄດ້ຈຳໜ່າຍຫວ່າງແລ້ວນີ້ ເຖິງສະມາຊິກຊາວໜຸ່ມ, ໄວໜຸ່ມໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ