ນາຍົກລັດຖະມົນຕີ ຟ້າມມິງຈິງ: ຍົກສູງສະມັດຕະພາບແຮງງານແມ່ນໜ້າທີ່ສຳຄັນ, ຮີບດ່ວນ, ຍຸດທະສາດ

(VOVWORLD) - ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເຖິງສະມັດຕະພາບແຮງງານ ແລະ ເອົາໃຈໃສ່ບັນດາມາດຕະການເພີ່ມສະມັດຕະພາບແຮງງານ; ສະເໜີໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ, ສະມາຊິກສະຫະພັນ, ຜູ້ອອກແຮງງານ, ກຳມະບານທຸກຂັ້ນ, ປະຊາຄົມວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງຮ່ວມແຮງຮ່ວມໃຈສຸມໃສ່ປະຕິບັດ: 3 ຍູ້ແຮງ, 3 ປະຈັນບານ, 3 ບຸກທະລຸເພື່ອປະກອບສ່ວນຊຸກຍູ້ເພີ່ມສະມັດຕະພາບແຮງງານ.
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຍົກສູງສະມັດຕະພາບແຮງງານແມ່ນໜ້າທີ່ສຳຄັນ, ຮີບດ່ວນ, ຍຸດທະສາດ - ảnh 1ເວທີປາໄສ “ຍົກສູງສະມັດຕະພາບແຮງງານແຫ່ງຊາດປີ 2024” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ
(ພາບ:VOV)

ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ “ຍົກສູງສະມັດຕະພາບແຮງງານແຫ່ງຊາດປີ 2024” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເຖິງສະມັດຕະພາບແຮງງານ ແລະ ເອົາໃຈໃສ່ບັນດາມາດຕະການເພີ່ມສະມັດຕະພາບແຮງງານ; ສະເໜີໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ, ສະມາຊິກສະຫະພັນ, ຜູ້ອອກແຮງງານ, ກຳມະບານທຸກຂັ້ນ, ປະຊາຄົມວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງຮ່ວມແຮງຮ່ວມໃຈສຸມໃສ່ປະຕິບັດ: 3 ຍູ້ແຮງ, 3 ປະຈັນບານ, 3 ບຸກທະລຸເພື່ອປະກອບສ່ວນຊຸກຍູ້ເພີ່ມສະມັດຕະພາບແຮງງານ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຍູ້ແຮງການປະຕິບັດບຸກທະລຸຍຸດທະສາດ ກ່ຽວກັບລະບອບລະບຽບການ; ໂຄງການປະກອບພື້ນຖານໂຄງລ່າງ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຕິດພັນກັບວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ; ໝູນໃຊ້ວິທະຍາສາດເຕັກໂນໂລຊີຢ່າງແຮງ, ເພີ່ມສະມັດຕະພາບແຮງງານ, ເພີ່ມຄຸນຄ່າ; ເອົາໃຈໃສ່ເບິ່ງແຍງດູແລໃຫ້ຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ອອກແຮງງານ; ເອົາໃຈໃສ່ບຳລຸງສ້າງ, ບຳລຸງສ້າງຄືນ; ສ້າງສະພາບແວດລ້ອມເຮັດວຽກປອດໄພ, ສະອາດສວຍງາມ, ມີລະບອບເງິນເດືອນ, ເງິນບຳເນັດສຳລັບຜູ້ອອກແຮງງານມີຫຼາຍຂໍ້ລິເລີ່ມ, ສະມັດຕະພາບສູງ, ຄຸນນະພາບດີ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຕີລາຄາໝາກຜົນແຫ່ງການປະຕິບັດກົດລະບຽບກ່ຽວກັບການພົວພັນວຽກງານລະຫວ່າງລັດຖະບານ ແລະ ສະຫະພັນໃຫຍ່ແຮງງານ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ