ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມນັກຮຽນ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ຫວຽດນາມ ມີຄວາມເອົາໃຈໃສ່ເຖິງວຽກງານປ້ອງກັນ, ເບິ່ງແຍງດູແລເດັກ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ເດັກມີໂອກາດໄດ້ພັດທະນາຢ່າງຮອບດ້ານ, ດຳລົງຊີວິດໃນສະພາບແວດລ້ອມປອດໄພ, ສົດໃສ; ຖືນີ້ແມ່ນບັນຫາທັງຮີບດ່ວນ, ທັງມີລັກສະນະຍຸດທະສາດ, ຍາວນານ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະພັດທະນາໃໝ່, ວຽກງານກ່ຽວກັບເດັກເວົ້າລວມ, ການສຶກສາເດັກພິການເວົ້າສະເພາະ, ຕ້ອງມີຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າອີກຂອງທັງລະບົບການເມືອງ, ທົ່ວສັງຄົມ, ໃນນັ້ນ ຂະແໜງການສຶກສາ ມີບົດບາດເປັນຫຼັກແຫຼ່ງແກ່ນສານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສືບຕໍ່ຜັນຂະຫຍາຍກົນໄກ, ນະໂຍບາຍການສຶກສາ, ປົກປ້ອງ ແລະ ດູແລເດັກເວົ້າລວມ, ການສຶກສາເດັກພິການເວົ້າສະເພາະໃຫ້ມີປະສິດທິຜົນກວ່າອີກ; ບໍ່ຈຳແນກການປະພຶດ ແລະ ເຄົາລົບສິດສະເໝີພາບຂອງເດັກ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບທຶນການສຶກສາ 210 ທຶນໃຫ້ແກ່ນັກຮຽນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ