ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ

(VOVWORLD) -    ຕອນບ່າຍວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຈັກກະຟົງ ແສງມະນີ, ລັດຖະມົນຕີຫ້ອງວ່າການນາຍົກລັດຖະມົນຕີ, ທູດພິເສດຂອງທ່ານນາຍົກລັດຖະມົນຕີ ໄທ, ເນື່ອງໃນໂອກາດທ່ານມາຮ່ວມພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີ Jakkapong Sangmanee (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈທ່ານລັດຖະມົນຕີ ຈັກກະຟົງ ແສງມະນີ ພ້ອມດ້ວຍຄະນະຜູ້ແທນໄທ ທີ່ໄດ້ມາ ຫວຽດນາມ ໄວ້ອາໄລທ່ານເລຂາທິການໃຫຍ່, ເຊິ່ງສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບ, ຄວາມຜູກພັນ ແລະ ການແບ່ງປັນລະຫວ່າງການນຳ ແລະ ປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍຢ້ຳຄືນຄຳເຊີນທ່ານນາຍົກລັດຖະມົນຕີ ໄທ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4 ໃນໄລຍະເວລາອັນເໝາະສົມ. ສອງຝ່າຍກໍໄດ້ແລກປ່ຽນ ແລະ ຕົກລົງເຫັນດີກ່ຽວກັບບາງການກຳນົດທິດການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

        ສ່ວນທ່ານລັດຖະມົນຕີ ຈັກກະຟົງ ແສງມະນີ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ໄທ ໃນພາກພື້ນ, ພິເສດໃນຂົງເຂດເສດຖະກິດ, ພ້ອມທັງສະເໜີ ລັດຖະບານ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ໄທ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ