ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບ ດິນຟ້າອາກາດ John Kerry

(VOVWORLD) - ສ່ວນທ່ານທູດພິເສດ John Kerry  ຢັ້ງຢືນວ່າ ອາເມລິກາ ມີທັດສະນະສະເໝີຕົ້ນສະເໝີປາຍ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ສວມບົດບາດເປັນເຈົ້າການຢູ່ພາກພື້ນ, ຮັບມືກັບບັນດາບັນຫາສາກົນ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບ ດິນຟ້າອາກາດ John Kerry - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ John Kerryທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ
(ພາບ:nhandan.vn)

ຕອນບ່າຍວັນທີ 9 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ຊົມເຊີຍທ່ານທູດພິເສດ John Kerry ກັບຄືນມາຢ້ຽມຢາມ ຫວຽດນາມ ກົງກັບໂອກາດ ທ່ານປະທານາທິບໍດີ ອາເມລິກາ Joe Biden  ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມ ຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຫັນດີເປັນເອກະພາບກັບທ່ານ Kerry ກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ນັບມື້ນັບແທດຈິງ, ກ້າວເຂົ້າສູ່ລວງເລິກ, ມີສະຖຽນລະພາບບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ທ່ານນາຍົກລັດຖະມົນຕີ ຕີລາຄາ ສູງຄວາມມານະພະຍາຍາມຂອງ ທ່ານປະທານາທິບໍດີ Joe Biden , ທ່ານທູດພິເສດ John Kerry  ໃນການຜັນຂະຫຍາຍຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປາດຖະໜາວ່າ ຢາກຮ່ວມມືກັບ ອາເມລິກາ ໃນຂົງເຂດນີ້, ບົນພື້ນຖານທີ່ແທດເໝາະກັບເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ.

ສ່ວນທ່ານທູດພິເສດ John Kerry  ຢັ້ງຢືນວ່າ ອາເມລິກາ ມີທັດສະນະສະເໝີຕົ້ນສະເໝີປາຍ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ສວມບົດບາດເປັນເຈົ້າການຢູ່ພາກພື້ນ, ຮັບມືກັບບັນດາບັນຫາສາກົນ, ໃນນັ້ນມີ ການປ່ຽນແປງຂອງດິນຟ້າອາກາດ; ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຫລຸດລະດັບການປ່ອຍອາຍພິດລົງເປັນ 0 ໃນປີ 2050.

ທ່ານທູດພິເສດ John Kerry  ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ພິເສດໃນການພັດທະນາພະລັງງານສະອາດ, ພື້ນຖານໂຄງລ່າງແບບ ຍືນຍົງ, ຄຸ້ມຄອງແຫຼ່ງນຳ້ສະຫຼາດ ແລະ ແຫຼ່ງຊັບພະຍາກອນທຳມະຊາດໃນລະບົບຊີວະ ນາໆພັນ.

ຕອບກັບ

ຂ່າວ/ບົດ​ອື່ນ