ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດກາຕາ Sultan Bin Saad Al-Muraikhi

(VOVWORLD) -ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ສໍານັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດກາຕາ Sultan Bin Saad Al-Muraikhi ຊຶ່ງພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການເມືອງຄັ້ງທີ 3 ລະຫວ່າງກະຊວງການຕ່າງປະເທດສອງປະເທດ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດກາຕາ Sultan Bin Saad Al-Muraikhi - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ Sultan Bin Saad Al-Muraikhi 

     ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນລະຫວ່າງ ຫວຽດນາມ - ກາຕາ ແລະ ຕີລາຄາສູງບັນດາຜົນງານຂອງການປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດ ແມ່ນການຢ້ຽມຢາມຂອງບັນດາການນຳຂັ້ນສູງຂອງ 2 ປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ເປີດກວ້າງກາລະໂອກາດ ຮ່ວມມືໃໝ່ລະຫວ່າງ 2 ປະເທດ.

 ສ່ວນ ທ່ານລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດກາຕາ Sultan Bin Saad Al-Muraikhi ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການພັດທະນາຢ່າງວ່ອງໄວຂອງຫວຽດນາມ ແລະ ຕີລາຄາສູງບົດບາດສຳຄັນຂອງຫວຽດນາມໃນພາກພື້ນ. ທ່ານເລຂາທິການໃຫຍ່ ກາຕາ ໄດ້ເຫັນດີເປັນເອກະສັນກັບບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ໃຫ້ຮູ້ວ່າ ທີ່ກອງປະຊຸມປຶກສາຫາລືການເມືອງ, 2 ຝ່າຍໄດ້ປຶກສາຫາລື ແລະ ສະເໜີບັນດາມາດຕະການສະເພາະເພື່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ, ພິເສດແມ່ນບັນດາຂົງເຂດການເມືອງ - ການຕ່າງປະເທດ, ການລົງທຶນ, ການຄ້າ, ນ້ຳມັນອາຍແກັສ, ການພັດທະນາພື້ນຖານໂຄງລ່າງ , ກະສິກໍາ, Halal, ແຮງງານ, ວັດທະນະທໍາ, ການສຶກສາ -  ການສຶກສາ ແລະ ກໍ່ສ້າງ ແລະການພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ