ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຖ໊າຍ​ບິງ ຄວນ​ເປີດກວ້າງ​ການ​ພັດ​ທະ​ນາ​ອອກ​ສູ່​ທະ​ເລ, ຂຸດ​ຄົ້ນ​ຄວາມສາ​ມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ

(VOVWORLD) -ຕອນເຊົ້າວັນທີ 08 ພຶດສະພາ, ຢູ່ແຂວງ ຖ໊າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປສຳຫຼວດ, ກວດກາສະພາບການລົງທຶນ, ກໍ່ສ້າງ ແລະ ການເຄື່ອນໄຫວຂອງເຂດເສດຖະກິດ ຖ໊າຍບິ່ງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຖ໊າຍ​ບິງ ຄວນ​ເປີດກວ້າງ​ການ​ພັດ​ທະ​ນາ​ອອກ​ສູ່​ທະ​ເລ, ຂຸດ​ຄົ້ນ​ຄວາມສາ​ມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສຳຫຼວດ, ກວດກາສະພາບການລົງທຶນ, ກໍ່ສ້າງ ແລະ ການເຄື່ອນໄຫວຂອງເຂດເສດຖະກິດ ຖ໊າຍບິ່ງ

 ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສູນກາງ ມີຄວາມເອົາໃຈໃສ່ເຖິງການພັດທະນາເຂດເສດຖະກິດ ຖ໊າຍບິງ ທີ່ສຸດ; ແລະ ຊີ້ແຈ້ງວ່າ ການສ້າງເຂດເສດຖະກິດ ຖ໊າຍບິງ ແມ່ນເໝາະສົມກັບແຜນນະໂຍບາຍ, ມະຕິຂອງພັກ ແລະ ແທດເໝາະກັບສະພາບການ ກໍຄືເງື່ອນໄຂຂອງແຂວງ ຖ໊າຍບິ່ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຈາະຈີ້ມວ່າ ຖ໊າຍບິ່ງ ຄວນເປີດກວ້າງພັດທະນາອອກສູ່ທະເລ, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງທະເລ.

        ກໍໃນຕອນເຊົ້າວັນທີ 08 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີ ແລະ ປະຕິບັດພິທີລົງມືກໍ່ສ້າງເສັ້ນທາງຮອບນອກຕົວເມືອງທາງທິດໃຕ້ນະຄອນ ຖ໊າຍບິງ. ນີ້ແມ່ນໂຄງການຈຸດສຸມຂອງແຂວງ ຖ໊າຍບິ່ງ ເພື່ອແນໃສ່ເຊື່ອມຕໍ່ກັບເສັ້ນທາງພາຍໃນຂອງນະຄອນ.

        ກ່ອນໜ້ານັ້ນ, ທ່ານໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ຖະຫວາຍທູບທຽນ, ປູກຕົ້ນໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ຕາແສງ ນາມເກື່ອງ, ເມືອງ ຕ໊ຽນຫາຍ.

(ຫວູຄວຽນ)

ຕອບກັບ

ຂ່າວ/ບົດ​ອື່ນ