ນາຍົກລັດຖະມົນຕີ ຟ້າມມິງຈີງ: ປະຕິບັດການຫັນເປັນດິຈິຕອນແຫ່ງຊາດຢ່າງຮອບດ້ານ, ສັງລວມ, ມີຄຸນນະພາບ.

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ: ການຫັນເປັນດີຈີຕອນແມ່ນວຽກງານການເມືອງສຳຄັນຂອງພັກ ແລະ ລັດ; ມຸ່ງໄປສູ່ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ...
ນາຍົກລັດຖະມົນຕີ ຟ້າມມິງຈີງ: ປະຕິບັດການຫັນເປັນດິຈິຕອນແຫ່ງຊາດຢ່າງຮອບດ້ານ, ສັງລວມ, ມີຄຸນນະພາບ. - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

     ຕອນບ່າຍວັນທີ 12 ກໍລະກົດ, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ປະທານຄະນະກຳມະການຫັນເປັນດິຈິຕອນແຫ່ງຊາດໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດສະຫຼຸບ 6 ເດືອນຕົ້ນປີ 2023 ກ່ຽວກັບການຫັນເປັນດິຈິຕອນແຫ່ງຊາດ ແລະ ແຜນພັດທະນາ. ຂໍ້ມູນພົນລະເມືອງ, ກຳນົດແລະຢັ້ງຢືນທາງເອເລັກໂຕນິກ ຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໃນໄລຍະ 2022 – 2025, ວິໄສທັດຮອດປີ 2030 (ແຜນແມ່ບົດ 06).

           ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ: ການຫັນເປັນດີຈີຕອນແມ່ນວຽກງານການເມືອງສຳຄັນຂອງພັກ ແລະ ລັດ; ມຸ່ງໄປສູ່ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ເປັນກຳລັງໜູນ ແລະ ເປັນແຫຼ່ງກຳລັງພັດທະນາ, ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ດີຂຶ້ນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການກໍ່ສ້າງ ແລະ ພັດທະນາ ລະບົບນິເວດພົນລະເມືອງດີຈີຕອນຕ້ອງແມ່ນ ພື້ນຖານອັນສຳຄັນຂອງການຫັນເປັນດີຈີຕອນແຫ່ງຊາດ, ເປັນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກ ຊີວິດເສດຖະກິດ ແລະ ສັງຄົມໄດ້

ຕອບກັບ

ຂ່າວ/ບົດ​ອື່ນ