ນາຍົກລັດຖະມົນຕີ ຟ້າມມິງຈິງ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) - ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ
(ພາບ: VGP/Nhật Bắc)

ພາຍຫຼັງໄປຮອດນະຄອນ San Francisco, ລັດ California, ປະເທດ ອາເມລິກາ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ຄັ້ງທີ 78 ຂອງ ສປຊ  ແລະ ບັນດາການເຄື່ອນໄຫວພົວພັນສອງຝ່າຍຢູ່ ອາເມລິກາ, ຕອນຄ່ຳວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ.

        ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ, ພິເສດແມ່ນການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມພາຍຫຼັງໂລກລະບາດໂຄວິດ - 19, ສືບຕໍ່ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງໃນເວທີສາກົນ. ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ກໍ່ໄດ້ລາຍງານໃຫ້ນາຍົກລັດຖະມົນຕີໄດ້ຮັບຊາບ ກ່ຽວກັບບັນດາວຽກງານແທດຈິງຂອງພໍ່ແມ່ປະຊາຊົນ ໃນການປົກປັກຮັກສາ, ເສີມຂະຫຍາຍ, ໂຄສະນາຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ອາເມລິກາ… ບັນດາການເຄື່ອນໄຫວອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຢັ້ງຢືນວ່າ:

        “ຂ້າພະເຈົ້າຕີລາຄາສູງບົດບາດ, ການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ນັກທຸລະກິດ, ບັນດາຂົງເຂດອື່ນໆລ້ວນແຕ່ພັດທະນາ, ພວກເຮົາມີເອກອ້າງທະນົງໃຈທີ່ສຸດ. ພວກຂ້າພະເຈົ້າກໍ່ຫວັງວ່າ ປະຊາຄົມສືບຕໍ່ສາມັກຄີ, ເປັນເອກະພາບ. ພວກເຮົາສາມັກຄີພາຍໃນປະເທດ, ສາມັກຄີກັບປະເທດຕ່າງໆ, ສາມັກຄີພາຍໃນປະຊາຄົມ, ສາມັກຄີເພື່ອບັນລຸຜົນສຳເລັດ. ຂ້າພະເຈົ້າຝາກຝັງນ້ຳໃຈ, ຄວາມປາດຖະໜາຂອງພັກ, ລັດ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ອາເມລິກາ ເວົ້າສະເພາະ”.

ຕອບກັບ

ຂ່າວ/ບົດ​ອື່ນ