ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຄະນະທູຕານຸທູດ ເນື່ອງໃນໂອກາດປີໃໝ່ປິມະໂລງ 2024

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ວັນທີ 22 ທັນວາ ປີກາຍ, ກອງປະຊຸມໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການເອົາ ບຸນເຕັດ ແມ່ນວັນພັກປະຈຳປີຂອງ ສປຊ. ນີ້ແມ່ນຂ່າວດີສຳລັບປະຊາກອນເກືອບ 2 ຕື້ຄົນໃນໂລກ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຄະນະທູຕານຸທູດ ເນື່ອງໃນໂອກາດປີໃໝ່ປິມະໂລງ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ:Dương Giang/TTXVN)

ຕອນຄ່ຳວັນທີ 24 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເປັນເຈົ້າພາບຈັດການພົບປະ, ງານລ້ຽງຕ້ອນຮັບຄະນະທູນານຸທູດ ປະຈຳ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ວັນທີ 22 ທັນວາ ປີກາຍ, ກອງປະຊຸມໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການເອົາ ບຸນເຕັດ ແມ່ນວັນພັກປະຈຳປີຂອງ ສປຊ. ນີ້ແມ່ນຂ່າວດີສຳລັບປະຊາກອນເກືອບ 2 ຕື້ຄົນໃນໂລກ. ສຳລັບ ຫວຽດນາມ, ບຸນປີໃໝ່ປະຈຳຊາດແຕ່ລະປີໄດ້ນຳມາເຊິ່ງຄວາມໝາຍສຳຄັນ, ແມ່ນໂອກາດເຕົ້າໂຮມ, ສະໜິດຕິດພັນຄອບຄົວ, ປະຊາຄົມ, ເພື່ອໃຫ້ທຸກໆຄົນ, ທຸກໆຄອບຄົວໄດ້ພ້ອມກັນຫວນຄືນເບິ່ງປີໜຶ່ງທີ່ຜ່ານມາ, ສະແດງຄວາມຮູ້ບຸນຄຸນ, ຝາກຄຳອວຍພອນ ແລະ ພ້ອມກັນມີຄວາມຄາດຫວັງປີໃໝ່ມີຄວາມດີງາມກ່ວາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:  ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດໃນໂລກ, ບັນດາອົງການສາກົນສາມັກຄີ, ຮ່ວມແຮງຮ່ວມໃຈສ້າງໂລກໃຫ້ນັບມື້ນັບສະຫງົບ, ຜາສຸກ, ນັບມື້ນັບດີງາມກ່ວາ, ເພື່ອໃຫ້ປະຊາຊົນທຸກຄົນໂດຍບໍ່ຈຳແນກຊົນຊາດ, ສາສະໜາ, ການເຫຼືິ້ອມໃສ ລ້ວນແຕ່ມີຊີວິດທີ່ອິ່ມໜຳສຳລານ, ຜາສຸກ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາ ແລະ ເຊື່ອໝັ້ນວ່າ: ບັນດາເອກອັກຄະລັດຖະທູດ , ຜູ້ຕາງໜ້າ, ຫົວໜ້າອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມີບົດບາດເປັນຂົວເຊື່ອມຕໍ່ພິເສດຂອງຕົນຢ່າງປະສິດທິຜົນ, ນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງະເທດ, ບັນດາອົງການຈັດຕັ້ງສາກົນກັບ ຫວຽດນາມ ໃຫ້ນັບມື້ນັບສະໜິດຕິດພັນກ່ວາ, ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນກ່ວາ;ເພື່ອໃຫ້ແຕ່ລະປະເທດ, ແຕ່ລະຊົນຊາດພັດທະນາຢ່າງເຂັ້ມແຂງກ່ວາ, ເພື່ອໂລກແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ