ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ, ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ

(VOVWORLD) - ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ບັນດາປະເພດໝາກໄມ້ທີ່ເປັນເອກະລັກສະເພາະເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ການເດີນເຮືອ, ການບິນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ
ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ, ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee
(ພາບ: Dương Giang/TTXVN)

ໃນຂອບເຂດການໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງ Wellington, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ບັນດາປະເພດໝາກໄມ້ທີ່ເປັນເອກະລັກສະເພາະເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ການເດີນເຮືອ, ການບິນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ; ບັນດາອົງການນິຕິບັນຍັດສອງປະເທດສືບຕໍ່ເສີມຂະຫຍາຍບົດບາດໃນການປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເລິກເຊິ່ງຂຶ້ນຕື່ມ.

        ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ໃຫ້ຄຳໝັ້ນສັນຍາຊຸກຍູ້ການອອກວີຊາໄລຍະຍາວໃຫ້ແກ່ພົນລະເມືອງ ຫວຽດນາມ; ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງຊາດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ Wellington, ເມື່ອພົບປະກັບທ່ານນາງ Cindy Kiro, ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານກ່ຽວກັບໝາກຜົນການເຈລະຈາກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໃນຕອນເຊົ້າວັນດຽວກັນ; ເນັ້ນໜັກວ່າ: ສອງຝ່າຍຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາກ່ວາອີກ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ.

        ທ່ານນາງຜູ້ມີອຳນາດເຕັມ Cindy Kiro ຕີລາຄາສູງ ຫວຽດນາມ ມີທີ່ຕັ້ງ, ບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ສາກົນ, ພິເສດແມ່ນໃນພາກພື້ນ ອາຊຽນ; ຢັ້ງຢືນ ນິວຊີແລນ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ