ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບບັນດາ ລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 3/3, ຢູ່ຮ່າໂນ້ຍ, ຄະນະປະຈຳລັດຖະບານໄດ້ມີການພົບປະຍາມຕົ້ນລະດູບານໃໝ່ກັບບັນດາລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ,  ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລວກວາງ ເປັນປະທານຮ່ວມເຫດການຄັ້ງນີ້.
ນາຍົກລັດຖະມົນຕີ  ຟ້າມມິງຈິງ ພົບປະກັບບັນດາ ລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ - ảnh 1ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີພົບປະກັບບັນດາ ລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ

     ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ລັດວິສາຫະກິດຈະເຂົ້າຮ່ວມຢ່າງເລິກເຊິ່ງກວ່າອີກໃນການຜັນຂະຫຍາຍປະຕິບັດ 3 ບຸກທະລຸຍຸດທະສາດກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງ. ພິເສດແມ່ນບັນດາກະຊວງ, ຂະແໜງການ, ວິສາຫະກິດຈົ່ງຄົ້ນຄວ້າປະຕິບັດການປັງປຸງໂຄງປະກອບການຄຸ້ມຄອງ, ການເງິນ, ສົ້ນເຂົ້າ, ຕ່ອງໂສ້ການສະໜອງຂອງວິສາຫະກິດ..., ພັດທະນາລັດວິສາຫະກິດໃຫ້ກາຍເປັນພາກສ່ວນເສດຖະກິດທີ່ສຳຄັນຂອງພື້ນຖານເສດຖະກິດ.

     ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ລັດວິສາຫະກິດຕ້ອງເຄື່ອນໄຫວລົງທຶນ, ພັດທະນາການຜະລິດ, ດຳເນີນທຸລະກິດ.  ຕ້ອງປ່ຽນໃໝ່ບັນດາກຳລັງໜູນເກົ່າຄື: ການບໍລິໂພກ, ການລົງທຶນ, ການສົ່ງອອກ ໂດຍມີບົດບາດນຳພາ, ສ້າງກຳລັງໜູນ, ຈຸດສຸມໃຫ້ແກ່ບັນດາຂະແໜງການໃໝ່ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາຄ, ເສດຖະກິດແບ່ງປັນ...

ຕອບກັບ

ຂ່າວ/ບົດ​ອື່ນ