ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias

(VOVWORLD) -ຕອນບ່າຍວັນທີ 21 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ
ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias

     ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກແບ່ງປັນບົດຮຽນປະສົບການພັດທະນາ ແລະ ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນກັບ ໂມຊຳບິກ; ສະເໜີບັນດາມາດຕະການເພື່ອຮັດແໜ້ນການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງກ່ວາອີກ ແລະ ຫວັງວ່າສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ສະໜັບສະໜູນ ແລະ ສ້າງຄວາມສະດວກໃຫ້ແກ່ຂະບວນການປະຕິບັດ. ຕາມນັ້ນແລ້ວ, ສອງຝ່າຍຕ້ອງເພີ່ມທະວີການພົວພັນ ແລະ ແລກປ່ຽນຄະນະຜູ້ແທນເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງຜ່ານບັນດາຊ່ອງທາງຂອງພັກ ແລະ ລັດ ແລະ ການພົວພັນແລກປ່ຽນປະຊາຊົນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກຳລັງແຮງໃໝ່ໃຫ້ແກ່ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ; ຊຸກຍູ້ບົດບາດ ແລະ ຍົກສູງປະສິດທິຜົນຂອງກົນໄກຄະນະກຳມະການລະຫວ່າງລັດຖະບານສອງຝ່າຍ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ. ທ່ານນາຍົກລັດຖະມົນຕີສະເໜີ ໂມຊຳບິກ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຮັບປະກັນຄວາມປອດໄພດ້ານການບິນ ແລະ ການເດີນເຮືອຢູ່ທະເລຕາເວັນອອກ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະພາແຫ່ງຊາດ ໂມຊຳບິກ ຈະມີຫຼາຍນະໂຍບາຍສ້າງເງື່ອນໄຂ ສະດວກ ໃຫ້ແກ່ນັກລົງທຶນຕ່າງປະເທດ, ໃນນັ້ນມີວິສາຫະກິດ ຫວຽດນາມ, ບໍ່ພຽງແຕ່ບັນດາກຸ່ມບໍລິສັດ ໃຫຍ່ເທົ່ານັ້ນ ຫາກຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງອີກດ້ວຍ.

ທ່ານປະທານສະພາແຫ່ງຊາດ ໂມຊຳບິກ ໄດ້ແບ່ງປັນ ແລະ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ; ຢືນຢັນ ໂມຊຳບິກ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອາຊີ; ຕີລາຄາສູງການຮ່ວມມື, ສະໜັບສະໜູນ ແລະ ການເຄື່ອນໄຫວລົງທຶນຂອງ ຫວຽດນາມ ກັບ ໂມຊຳບິກ ໃນຂົງເຂດກະສິກຳ ແລະ ໂທລະຄົມ ດ້ວຍການຮ່ວມມື Movitel ປະສົບຜົນສຳເລັດທີ່ສຸດ; ໃຫ້ຄຳໝັ້ນສັນຍາຈະເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດໃນການສະໜັບໜູນຊ່ວຍ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງລັດຖະບານ 2 ປະເທດ, ພິເສດແມ່ນປະຕິບັດບັນດາມາດຕະການທີ່ນາຍົກລັດຖະມົນຕີຫວຽດນາມ ຫາກໍນຳສະເໜີ.

ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias - ảnh 2 ທ່ານນາງ Esperanca Laurinda Francisco Nhiuane Bias ປະທານສະພາແຫ່ງຊາດ ໂມຊຳບິກ ແລະ ທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ (ພາບ: VOV) 

      ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 21 ມິຖຸນາ, ທ່ານນາງ Esperanca Laurinda Francisco Nhiuane Bias ປະທານສະພາແຫ່ງຊາດ ສາທາລະນະລັດ ໂມຊຳບິກ ໄດ້ມາຢ້ຽມຢາມຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະ ກູ້ໄພກູ້ຊີບ. ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias. ຢູ່ທີ່ນີ້, ທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະ ກູ້ໄພກູ້ຊີບ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງວຽກງານຮັບມືກັບອຸບັດຕິເຫດ, ໄພທຳມະຊາດ, ກູ້ໄພກູ້ຊີບ ເພື່ອແນໃສ່ຫຼຸດຜ່ອນຜົນເສຍຫາຍຈາກອຸບັດຕິເຫດ, ໄພທຳມະຊາດກໍ່ຂຶ້ນ.  ທັດສະນະຊີ້ນຳກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ, ກູ້ໄພກູ້ຊີີບ ຂອງ ຫວຽດນາມ ແມ່ນຖືການປ້ອງກັນ, ຫຼີກລ້ຽງເປັນຫຼັກ, ປະຕິບັດການເວນຍາມຕະຫຼອດ 24 ຊົ່ວໂມງ, ລະດົມທຸກແຫຼ່ງກຳລັງຕາມທິດນຳ 4 ກັບບ່ອນ ເພື່ອຮັບມືກັບໄພພິບັດ, ຊ່ວຍເຫຼືອມະນຸດສະທຳ… ເນື່ອງໃນໂອກາດນີ້, ການນໍາສອງທ່ານກໍໄດ້ແບ່ງປັນ, ແລກປ່ຽນບົດຮຽນປະສົບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະ ກູ້ໄພກູ້ຊີບໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ