ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ແລະ ອວຍ​ພອນ​ພະ​ນັກ​ງານວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

(VOVWORLD) -  ຕອນບ່າຍວັນທີ 9 ກຸມພາ (ກົງກັບວັນທີ 30 ບຸນປີໃໝ່ປະຈຳຊາດປີມະໂລງ 2024), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ, ສະຖານີໂທລະພາບແຫ່ງຊາດ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ແລະ ອວຍ​ພອນ​ພະ​ນັກ​ງານວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ແລະ ອວຍພອນພະນັກງານວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ພາບ: VOV)

ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ທ່ານໂດ໊ຕຽນສີ ໃຫ້ຮູ້ວ່າ, ປີ 2023, ດ້ວຍພັນທະເປັນອົງການສື່ມວນຊົນຫຼັກແຫຼ່ງຂອງປະເທດຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍຕິດຕາມການກຳນົດທິດຊີ້ນຳຂອງພັກ, ວຽກງານບໍລິຫານຂອງລັດຖະບານຢ່າງໃກ້ຊິດ, ປະຕິບັດໜ້າທີ່ໂຄສະນາ, ສະໜອງຂໍ້ມູນຂ່່າວສານຢ່າງຊັດເຈນ, ທັນການ, ປະກອບສ່ວນກຳນົດທິດຫາງສຽງ ແລະ ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຝາກຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ທຸກຖ້ວນໜ້າບັນດາຄຳອວຍພອນໄຊອັນດີງາມທີ່ສຸດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ດ້ວຍມູນເຊື້ອເກືອບ 79 ປີຂອງວິທະຍຸກະຈາຍສຽງ ຫວຽດນາມ ວິລະຊົນ ພະນັກງານ, ນັກຂ່າວ, ບັນນາທິການຂອງວິທະຍຸກະຈາຍສຽງ ຫວຽດນາມ ລຸ້ນຕ່າງໆຈະສູ້ຊົນປະຕິບັດບັນດາໜ້າທີ່ເຊິ່ງພັກ, ລັດ, ລັດຖະບານ ແລະ ປະຊາຊົນໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ. “ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍຮັກສາເປັນອົງການກະບອກສຽງຂອງພັກ, ລັດ ແລະ ປະຊາຊົນເປັນປົກກະຕິໃນບໍ່ວ່າກໍລະນີໃດ” ຄືດັ່ງຄຳສັ່ງສອນ ຂອງປະທານໂຮ່ຈີມິນ.

        ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການສະຖານີໂທລະພາບແຫ່ງຊາດ ຫວຽດນາມ ແລະ ສໍານັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ