ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ, ປັບ​ປຸງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ເພື່ອ​ທະ​ລຸ​ວິ​ວັດ​ການ​ພັດ​ທະ​ນາ

(VOVWORLD) -    ຕອນເຊົ້າວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ຫົວເລື່ອງສະເພາະ ຂອງລັດຖະບານ ກ່ຽວກັບການສ້າງກົດໝາຍ ປະຈຳເດືອນ ເມສາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ, ປັບ​ປຸງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ເພື່ອ​ທະ​ລຸ​ວິ​ວັດ​ການ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລັດຖະບານ ຕ້ອງກຳແໜ້ນສະພາບການຕົວຈິງ, ເຄົາລົບພຶດຕິກຳຕົວຈິງ, ເລີ່ມຈາກພຶດຕິກຳຕົວຈິງ, ຖືພຶດຕິກຳຕົວຈິງເປັນໄມ້ວັດແທກ ເພື່ອສ້າງກົດໝາຍ. ໄລຍະຜ່ານມາ, ບັນດາກະຊວງ, ຂະແໜງການໄດ້ເປັນເຈົ້າການສຳຫຼວດກວດຄືນເອກະສານນິຕິກຳ, ຄົ້ນພົບບັນດາຂໍ້ຕິດຂັດ, ບົນພື້ນຖານນັ້ນ ຕ້ອງມີການດັດປັບ, ສ້າງ, ປັບປຸງກົດໝາຍໃຫ້ສົມບູນແບບ ເພື່ອທະລຸວິວັດການພັດທະນາ.

        ຄາດວ່າ, ໃນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະມາເຖິງ, ລັດຖະບານ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນ, ຮັບຮອງເອົາຮ່າງກົດໝາຍ, ລັດຖະບັນຍັດ 18 ສະບັບ.

ຫວູຄວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ