ນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງນັກປັນຍາຊົນຍິງ

(VOVWORLD) - ເພື່ອເສີມຂະຫຍາຍຄວາມສາມາດ, ພູມປັນຍາ, ນ້ຳໃຈເມດຕາ ແລະ ມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຕ້ອງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄລຍະ 2021 – 2030 ໃຫ້ມີປະສິດທິຜົນ
 ນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງນັກປັນຍາຊົນຍິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນເຂົ້າຮ່ວມການພົບປະ
(ພາບ:VOV)

ຕອນບ່າຍວັນທີ 7 ມີນາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າການນຳ, ນັກຄຸ້ມຄອງເພດຍິງຂອງບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ເນື່ອງໃນໂອກາດວັນແມ່ຍິງສາກົນ (ວັນທີ 8 ມີນາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງ ເຖິງວຽກງານພະນັກງານຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ເພື່ອເສີມຂະຫຍາຍຄວາມສາມາດ, ພູມປັນຍາ, ນ້ຳໃຈເມດຕາ ແລະ ມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຕ້ອງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄລຍະ 2021 – 2030 ໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງຖັນແຖວນັກປັນຍາຊົນຍິງ, ຊຸກຍູ້ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາມອບລາງວັນ Kovalevskaia ສືບຕໍ່ເລືອກເຟັ້ນ ແລະ ເຊີດຊູບັນດາໝູ່ຄະນະ, ສ່ວນບຸນຄົນເພດຍິງທີ່ດີເດັ່ນ ມີຜົນງານໃນການຄົ້ນຄ້ວາວິທະຍາສາດທີ່ດີເດັ່ນ, ມີຄຸນຄ່າແທດຈິງ, ສ້າງກຳລັງໜູນ, ສ້າງແຫຼ່ງບັນດານໃຈ, ມີລັກສະນະແຜ່ກະຈາຍສູງໃນຊີວິດສັງຄົມ:

        “ຂ້າພະເຈົ້າເຊື່ອໝັ້ນວ່າມູນເຊື້ອ, ເມດຕາປານີ, ເກັ່ງກ້າດ້ານວຽກບ້ານການເຮືອນ, ພູມປັນຍາ ແລະ ອຸທິດສ່ວນຈະໄດ້ຮັບການສືບທອດ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາໃນແມ່ຍິງ ຫວຽດນາມ ແຕ່ລະຄົນ. ຄຸນນະທາດອັນດີງາມນັ້ນແມ່ນການເຕົ້າໂຮມພູມປັນຍາ, ຄຸນນະທາດ, ການເສຍສະຫຼະເພື່ອຫຼໍ່ລ້ຽງຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ສະມາຊິກແຕ່ລະຄົນໃນຄອບຄົວ ແລະ ປະກອບສ່ວນໃຫ້ແກ່ສັງຄົມ, ວົງຄະນະຍາດ.”

ຕອບກັບ

ຂ່າວ/ບົດ​ອື່ນ