ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2023 ຂອງກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດນ້ຳມັນອາຍແກສ ສືບຕໍ່ສຳຫຼວດກວດກາຄືນແຕ່ລະຄາດໝາຍແຜນການຜະລິດ ແລະ ດຳເນີນທຸລະກິດທີ່ໄດ້ວາງອອກໃນປີ 2023, ສູ້ຊົນບັນລຸຄາດໝາຍຮອດປີ 2023 ແມ່ນເທົ່າທຽມຫຼືລື່ນກາຍເມື່ອທຽບໃສ່ປີ 2022
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2023 ຂອງກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພະນັກງານ PVN

     ຕອນບ່າຍວັນທີ 10/1, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ວຽກງານປີ 2023 ຂອງກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ຫວຽດນາມ (PVN), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດນ້ຳມັນອາຍແກສ ສືບຕໍ່ສຳຫຼວດກວດກາຄືນແຕ່ລະຄາດໝາຍແຜນການຜະລິດ ແລະ ດຳເນີນທຸລະກິດທີ່ໄດ້ວາງອອກໃນປີ 2023, ສູ້ຊົນບັນລຸຄາດໝາຍຮອດປີ 2023 ແມ່ນເທົ່າທຽມຫຼືລື່ນກາຍເມື່ອທຽບໃສ່ປີ 2022. ພ້ອມກັນນັ້ນ, ສ້າງຄວາມສາມັກຄີ ແລະ ມານະພະຍາຍາມສູ້ຊົນ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ. ເຮັດສຳເລັດລື່ນກາຍຄາດໝາຍການຜະລິດດຳເນີນ ທຸລະກິດ ແລະ ສ້າງສະຖິຕິໃໝ່ໃນປີ 2023 ແລະ ແຜນການ 5 ປີ 2021-2025.

ຕອບກັບ

ຂ່າວ/ບົດ​ອື່ນ