ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ອາ​ຊຽນ - ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ

(VOVWORLD) -  ກອງປະຊຸມໄດ້ດຳເນີນແຕ່ວັນທີ 4 – 6 ມີນານັ້ນ, ເປັນຂີດໝາຍສຳຄັນໃນປະຫວັດສາດລວມຂອງ ອົດສະຕາລີ ກັບ ພາກພື້ນ, ເຊິ່ງສະແດງຄຳໝັ້ນສັນຍາຂອງ ອົດສະຕາລີ ໃນການເພີ່ມທະວີການຮ່ວມມືກັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ອາ​ຊຽນ  - ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີຕ້ອນຮັບ (ພາບ: VGP)

ຕອນບ່າຍວັນທີ 5 ມີນາ, ຢູ່ Melbourne, ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ ຢ່າງເປັນທາງການ, ໂດຍທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese  ແລະ ພັນລະນາ ເປັນປະທານ.

        ກອງປະຊຸມໄດ້ດຳເນີນແຕ່ວັນທີ 4 – 6 ມີນານັ້ນ, ເປັນຂີດໝາຍສຳຄັນໃນປະຫວັດສາດລວມຂອງ ອົດສະຕາລີ ກັບ ພາກພື້ນ, ເຊິ່ງສະແດງຄຳໝັ້ນສັນຍາຂອງ ອົດສະຕາລີ ໃນການເພີ່ມທະວີການຮ່ວມມືກັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເນື້ອໃນຈຸດສຸມຂອງກອງປະຊຸມ,  ນອກຈາກພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືເຈລະຈາ ອົດສະຕາລີ - ອາຊຽນ ຄົບຮອບ 50 ປີ ແລ້ວ, ກອງປະຊຸມຍັງສຸມໃສ່ 4 ຂົງເຂດຫຼັກແຫຼ່ງ, ລວມມີ: ການດຳເນີນທຸລະກິດ, ການນຳຫາກໍພົ້ນເດັ່ນ, ດິນຟ້າອາກາດ ແລະ ພະລັງງານສະອາດ ແລະ ການຮ່ວມມືໃນການເດີນເຮືອ. ນອກຈາກນັ້ນແລ້ວ, ຍັງມີການເຄື່ອນໄຫວອື່ນໆອີກ. ຕາມແຜນການ, ຕອນເຊົ້າວັນທີ 6 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມວາລະປະຊຸມຄົບຄະນະຂອງກອງປະຊຸມ ແລະ ວາລະປະຊຸມວົງແຄບ.

ຫວູຄວຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ