ນາຍົກລັດຖະມົນຕີ ຟ້າມມິງຈີງ ເດີນທາງເຂົ້າຮ່ວມກອງປະຊຸມ COP28 ແລະ ຢ້ຽມຢາມຕວກກີ ຢ່າງເປັນທາງການ

(VOVWORLD) -ກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກທີ່ COP28 ແມ່ນເຫດການຫຼາຍຝ່າຍທີ່ສຳຄັນທີ່ສຸດຂອງປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ COP28 ໄດ້ດຳເນີນໄປຢູ່ດູບາຍ (UAE) ແຕ່ວັນທີ 30 ພະຈິກ ຫາ 12 ທັນວາ.

ນາຍົກລັດຖະມົນຕີ ຟ້າມມິງຈີງ ເດີນທາງເຂົ້າຮ່ວມກອງປະຊຸມ COP28 ແລະ ຢ້ຽມຢາມຕວກກີ ຢ່າງເປັນທາງການ - ảnh 1

    ດຍຮັບຄຳເຊີນຂອງລັດຖະບານ ສະຫະລັດ ອາຣັບ ເອມີເຣດ (UAE) ແລະ ລັດຖະບານ ສາທາລະນະລັດ ຕວກກີ, ຕອນບ່າຍວັນທີ 28/11, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປ ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກຊຶ່ງດຳເນີນໃນຂອບເຂດກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ UAE ແລະ ການຢ້ຽມຢາມຕວກກີຢ່າງເປັນທາງການ.

    ກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກທີ່ COP28 ແມ່ນເຫດການຫຼາຍຝ່າຍທີ່ສຳຄັນທີ່ສຸດຂອງປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ COP28 ໄດ້ດຳເນີນໄປຢູ່ດູບາຍ (UAE) ແຕ່ວັນທີ 30 ພະຈິກ ຫາ 12 ທັນວາ.

ການທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຂໍ້ລິເລີ່ມ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ; ຊ່ວຍໃຫ້ປະຊາຄົມໂລກເຂົ້າໃຈບັນດາແຜນນະໂຍບາຍ, ຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງຫວຽດນາມ ໃນການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ

ທີ່ພິທີສະເຫຼີມສະຫຼອງ, ໄດ້ດຳເນີນງານຄອນເສີດມິດຕະພາບຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ