ນາຍົກລັດຖະມົນຕີ ຟ້າມມິງຈີງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດີືອນຕຸລາຂອງລັດຖະບານ

(VOVWORLD) -ຕອນເຊົ້າວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດີືອນຕຸລາ ປີ 2023 ຂອງລັດຖະບານ.
ນາຍົກລັດຖະມົນຕີ ຟ້າມມິງຈີງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດີືອນຕຸລາຂອງລັດຖະບານ - ảnh 1ກອງປະຊຸມສະໄໝສາມັນປະຈຳເດີືອນຕຸລາ ປີ 2023 ຂອງລັດຖະບານ.

     ບົດລາຍງານທີ່ກອງປະຊຸມສະແດງໃຫ້ເຫັນສະພາບເສດຖະກິດ. ສັງຄົມໃນເດືອນຕຸລາແລະ 10 ເດືອນຕົ້ນປີນີ້ສືບຕໍ່ບັນລຸໄດ້ໝາກຜົນສຳຄັນ. ບັນດາຕົວເລກຄາດໝາຍ, ດັດຊະນີ ຫັນປ່ຽນນັບມື້ນັບຕັ້ງໜ້າ, ເສດຖະກິດມະຫາພາກສືບຕໍ່ມີສະຖຽນລະພາບ, ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ, ການດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ. ດັດຊະນີລາຄາບໍລິໂພກ (CPI) ໃນເດືອນຕຸລາ ເພີ່ມຂຶ້ນເກືອບ 3.6% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ; ສະເລ່ຍ 10 ເດືອນເພີ່ມຂຶ້ນ 3.2%. ຕະຫຼາດເງິນຕາແມ່ນມີຄວາມສະຫງົບໂດຍພື້ນຖານຄວາມປອດໄພຂອງລະບົບທະນາຄານໄດ້ຮັບການຮັບປະກັນ; ຍອດມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນ 10 ເດືອນບັນລຸກວ່າ 25,76 ຕື້ USD, ເພີ່ມຂຶ້ນເກືອບ 15% ເມື່ອທຽບໃສ່ໄລຍະດຽວກັນ, ໃນນັ້ນ ທຶນ FDI ປະຕິບັດບັນລຸປະມານ 18 ຕື້ USD.

         ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາຂະແໜງການທຸກຂັ້ນ ສືບຕໍ່ຍຶດໝັ້ນປະຕິບັດ ບັນດາເປົ້າໝາຍທີ່ວາງອອກ; ສູ້ຊົນບັນລຸບັນດາ ຄາດໝາຍແຜນການທີ່ໄດ້ວາງໄວ້ໃນລະດັບສູງສຸດໃນປີນີ້, ສ້າງເງື່ອນໄຂສະດວກໃຫ້ແກ່ປີໜ້າ , ພ້ອມກັນນັ້ນ, ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ປະຕິບັດນະໂຍບາຍເງິນຕາຢ່າງຕັ້ງໜ້າ, ຄ່ອງຕົວ, ທັນການ ແລະ ມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ, ສອດຄ່ອງກັບນະໂຍບາຍປີການເງິນເປີດກ້ວາງທີ່ເໝາະສົມ. ມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ