ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

(VOVWORLD) - ຕ້ອງປ່ຽນແປງຈີນຕະນາການສ້າງກົດໝາຍ ແລະ ການປະກາດໃຊ້ເອກະສານນິຕິກຳ ຕ້ອງຕິດແທດກັບສະພາບການຕົວຈິງ, ເລີ່ມມາຈາກສະພາບການຕົວຈິງ ແລະ ຖືສະພາບການຕົວຈິງເປັນໄມ້ວັດ, ເພື່ອແນໃສ່ແກ້ໄຂ, ເພີ່ມເຕີມ, ປັບປຸງກົນໄກໃຫ້ສົມບູນແບບ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະ ຄັ້ງທີ 2 ໃນເດືອນ ສິງຫາ ຂອງລັດຖະບານ ກ່ຽວກັບການສ້າງກົດໝາຍ ແລະ ເປັນກອງປະຊຸມຫົວເລື່ອງສະເພາະຂອງລັດຖະບານກ່ຽວກັບກົດໝາຍຄັ້ງທີ 8 ໃນ ປີ 2024. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ຕ້ອງປ່ຽນແປງຈີນຕະນາການສ້າງກົດໝາຍ ແລະ ການປະກາດໃຊ້ເອກະສານນິຕິກຳ ຕ້ອງຕິດແທດກັບສະພາບການຕົວຈິງ, ເລີ່ມມາຈາກສະພາບການຕົວຈິງ ແລະ ຖືສະພາບການຕົວຈິງເປັນໄມ້ວັດ, ເພື່ອແນໃສ່ແກ້ໄຂ, ເພີ່ມເຕີມ, ປັບປຸງກົນໄກໃຫ້ສົມບູນແບບ.

        ໃນກອງປະຊຸມ, ບັນດາສະມາຊິກລັດຖະບານ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນດ້ວຍທຶນຂອງລັດໃນວິສາຫະກິດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຄູ; ຮ່າງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຢີດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ