ນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ

(VOVWORLD) -ໃນການເດີນທາງປະຕິບັດງານຢູ່ແຂວງ ບັກກ້ານ, ຕອນເຊົ້າວັນທີ 16 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ. 
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງກ່າວຄຳເຫັນທີ່ການເຮັດວຽກ

     ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງສຸມໃສ່ຂຸດຄົ້ນທ່າແຮງທາງດ້ານ ປ່າໄມ້ໃນລະດັບສູງສຸດ ແລະ ພັດທະນາເສດຖະກິດປ່າ ດ້ວຍ 3 ປາຍແຫຼມຄື: ຂາຍໃບຢັ້ງຢືນການກຳຈັດກາກບອນ; ການພັດທະນາໄຟຟ້າຊີວະມວນ; ການພັດທະນາອຸດສາຫະກໍາຂອງຜະລິດຕະພັນຊີວະພາບຈາກປ່າໄມ້.

   ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ເນັ້ນໜັກວ່າ ແຂວງຕ້ອງປະຕິບັດການວາງແຜນຜັງ ແລະ ພັດທະນາໂຄງປະກອບໂຄງລ່າງເປັນຢ່າງດີ, ຖືວ່ານີ້ແມ່ນໜ້າທີ່ການເມືອງຈຸດສຸມ ແລະ ບຸລິມະສິດຂອງແຂວງ. ຮີບເຮັ່ງສ້າງສຳເລັດ ແລະ ຍື່ນສະເໜີ ໃຫ້ເຊັນອະນຸມັດແຜນຜັງແຂວງ ໄລຍະ 2021-2030, ວິໄສທັດຮອດປີ 2050 . ສຸມໃສ່ພັດທະນາໂຄງລ່າງການຫັນເປັນດິຈິຕອນ; ສຸມໃສ່ພັດທະນາຂະແໜງກະສິກຳໃຫ້ມີປະສິດທິຜົນ ແລະ ຍືນຍົງ, ເປັນຈຸດສຸມໃນການຊຸກຍູ້ເສດຖະກິດ. ເພີ່ມທະວີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຫຼ່ງຊັບພະຍາກອນທີ່ດິນ, ດິນຟ້າອາກາດ, ແຫຼ່ງນ້ຳສະອາດ ແລະ ຊີວະນາໆພັນ ເພື່ອຜະລິດກະສິກຳຜະລິດຄະພັນກະເສດເປັນສິນຄ້າຕາມທິດລວມສູນ, ເປີດກ້ວາງຂອບຂະໜາດການຜະລິດ, ຮັບປະກັນສະພາບແວດລ້ອມຊີວະພາບ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ