ນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໄປເຖິງນະຄອນຫຼວງ ບຣຸກແຊນ ເພື່ອເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງການພົວພັນ ອາຊຽນ - ອີຢູ ຄົບຮອບ 45 ປີ ແລະ ຢ້ຽມຢາມ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ.

(VOVWORLD) -ຕ້ອນຮັບທ່ານ ນາຍົກລັດຖະມົນຕີຟ້າມມິງຈີງ ແລະ ຄະນະຜູ້ແທນ ຂັ້ນສູງຫວຽດນາມ, ມີຮອງປະທານຜູ້ທີໜຶ່ງ ສະພາສູງ ແບນຊິກ Andries Gryffroy; ຜູ້ຕາງໜ້າຄະນະຈັດຕັ້ງກອງປະຊຸມສຸດຍອດອາຊຽນ - ອີຢູ... 
ນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໄປເຖິງນະຄອນຫຼວງ ບຣຸກແຊນ ເພື່ອເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງການພົວພັນ ອາຊຽນ - ອີຢູ ຄົບຮອບ 45 ປີ ແລະ ຢ້ຽມຢາມ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ. - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພ້ອມດ້ວຍຄະນະ

    ຕອນທ່ຽງວັນທີ 13/12, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປເຖິງນະຄອນຫຼວງ ບຣຸກແຊນ ປະເທດ ແບນຊິກ ເພື່ອເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ສະຫະພາບເອີລົບ (EU) ແລະ ຢ້ຽມຢາມແບນຊິກ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານສະພາເອີລົບ Charles Michel ແລະ ທ່ານນາຍົກລັດຖະມົນຕີແບນຊິກ Alexander De Croo.   

     ອອກຕ້ອນຮັບທ່ານ ນາຍົກລັດຖະມົນຕີຟ້າມມິງຈີງ ແລະ ຄະນະຜູ້ແທນ ຂັ້ນສູງຫວຽດນາມ, ມີຮອງປະທານຜູ້ທີໜຶ່ງ ສະພາສູງ ແບນຊິກ Andries Gryffroy; ຜູ້ຕາງໜ້າຄະນະຈັດຕັ້ງກອງປະຊຸມສຸດຍອດອາຊຽນ - ອີຢູ... ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ແລະ ຊາວຫວຽດນາມ ອາໄສຢູ່ແບນຊິກເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ