ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ.
ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນປະທານກອງປະຊຸມທາງໄກ ລະຫວ່າງ ຄະນະຊີ້ນຳກັບ 20 ແຂວງ, ນະຄອນຂຶ້ນກັບສູນກາງ. ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ. ບັນດາແຂວງຍັງເຫຼືອຢູ່ພາກໃຕ້, ສະພາບການໂລກລະບາດພວມຄ່ອຍໆໄດ້ຮັບການຄວບຄຸມ. ຢູ່ຮ່າໂນ້ຍ ແລະ ບັນດາແຂວງທາງພາກກາງຄື: ດ່ານັ້ງ, ແຄ້ງຮ່ວາ, ຝຸອຽນ, ໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານ ແຕ່ຍັງມີຄວາມສ່ຽງເກີດຂຶ້ນຢ່າງແຮງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງກຳນົດ ແລະ ກຽມພ້ອມແນວຄິດດຳລົງຊີວິດຮ່ວມ, ປັບຕົວໃຫ້ແທດເໝາະກັບສະພາບການໃໝ່ຂອງ ໂລກລະບາດ, ພ້ອມທັງປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງເຖິງຖອງ ເພື່ອສຸມໃສ່ເຂົ້າໃນການປະຕິບັດບັນດາໜ້າທີ່ການເມືອງ, ພັດທະນາເສດຖະກິດ - ສັງຄົມ. ບົນຈິດໃຈຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ໃນສະເພາະໜ້າ, ບັນດາຂະແໜງ, ທ້ອງຖິ່ນ, ພິເສດແມ່ນ ຕາແສງ, ບ້ານ, ເທດສະບານ ຕ້ອງກຳນົດເປົ້າໝາຍຢ່າງຈະແຈ້ງ, ລະອຽດ, ມີຂັ້ນຕອນເພື່ອປະຕິບັດຕາມມະຕິເລກທີ 86 ຂອງລັດຖະບານ ຢ່າງສຳເລັດຜົນ, ເໝາະສົມກັບແຕ່ລະທ້ອງຖິ່ນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍໄວ ມີປະສິດທິຜົນ, ບໍ່ປະໃຫ້ການແຍກຫ່າງໃນສັງຄົມແກ່ຍາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ “ເພື່ອປະຕິບັດການແຍກຫ່າງໃນສັງຄົມ ຕ້ອງຍອມເສຍຜົນປະໂຫຍດດ້ານ ເສດຖະກິດ, ດັ່ງນັ້ນຕ້ອງບັນລຸໄດ້ເປົ້າໝາຍຄວບຄຸມໂລກລະບາດໂຄວິດ - 19 ໄດ້.”

ກະຊວງສາທາລະນະສຸກ ໄດ້ຈັດສົ່ງແຫຼ່ງກຳລັງຫລວງຫລາຍຂອງຂະແໜງສາທາລະນະສຸກ ໄປຫນູນຊ່ວຍໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ດ້ວຍ ພະຍາບານ, ທ່ານໝໍ, ພະນັກງງານການແພດ 16.000 ຄົນ, ພ້ອມກັບວັດຖຸອຸປະກອນການແພດ, ເຄື່ອງຊ່ວຍຫາຍໃຈ, ຢຸກຢາ ໄປຍັງບັນດາທ້ອງຖິ່ນນີ້, ສ້າງຕັ້ງ ແລະ ເຄື່ອນໄຫວ 11 ສູນຟື້ນຟູສຸຂະພາບໃຫ້ແກ່ຜູ້ຕິດເຊື້ອມີອາການໜັກ ຢູ່ເຂດພາກໃຕ້ຢ່າງມີປະສິດທິຜົນ


ຕອບກັບ

ຂ່າວ/ບົດ​ອື່ນ