ນາຍົກລັດຖະມົນຕີ ຢາກໃຫ້ເຂດອຸດສາຫະກຳ ເຊີນໜີ້ 1 ກາຍເປັນຈຸດໂດຍເດັ່ນ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດເຂດຕອນໃຕ້ແຂວງ ນິງທ້ວນ

(VOVWORLD) - ເຂດອຸດສາຫະກຳແຫ່ງນີ້ແມ່ນລັດຖະບານເປັນຜູ້ວາງແຜນລົງທຶນກໍ່ສ້າງໂຄງການສູນໄຟຟ້າ ເຊີນໝີ້ (ເຊິ່ງລວມມີ ໂຮງງານໄຟຟ້າ ເຊີນໝີ້ 1, ໂຮງງານໄຟຟ້າ ເຊີນໝີ້ 2 ດ້ວຍກຳລັງການຜະລິດ 4.500 MW)
ນາຍົກລັດຖະມົນຕີ ຢາກໃຫ້ເຂດອຸດສາຫະກຳ ເຊີນໜີ້ 1 ກາຍເປັນຈຸດໂດຍເດັ່ນ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດເຂດຕອນໃຕ້ແຂວງ ນິງທ້ວນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ ເຊີນໝີ້ 1

ຕອນບ່າຍວັນທີ 30 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ ເຊີນໝີ້ 1 - ເຫດການຂ່ຳນັບຮັບຕ້ອນ 30 ປີແຫ່ງວັນສ້າງຕັ້ງແຂວງ ບິ່ງທ້ວນ, ສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ.

        ເຂດອຸດສາຫະກຳເຊີນໝີ້ 1 ແມ່ນໂຄງການມີຂອບຂະໜາດໃຫຍ່ພໍສົມຄວນ, ມີຍອດເງິນລົງທຶນ 2.300 ຕື້ ດົ່ງ (ເກືອບ 100 ລ້ານ USD), ດ້ວຍເນື້ອທີ່ 1.070 ha. ເຂດອຸດສາຫະກຳແຫ່ງນີ້ແມ່ນລັດຖະບານເປັນຜູ້ວາງແຜນລົງທຶນກໍ່ສ້າງໂຄງການສູນໄຟຟ້າ ເຊີນໝີ້ (ເຊິ່ງລວມມີ ໂຮງງານໄຟຟ້າ ເຊີນໝີ້ 1, ໂຮງງານໄຟຟ້າ ເຊີນໝີ້ 2 ດ້ວຍກຳລັງການຜະລິດ 4.500 MW) ແລະ ໂຄງການສາງອາຍແກັດ LNG ຕິດພັນກັບທ່າກ່ຳປັ່ນສັງລວມ ເຊີນໝີ້.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ: ເຂດອຸດສາຫະກຳ ເຊີນໝີ້ 1 ພາຍຫຼັງໄດ້ກໍ່ສ້າງສຳເລັດນຳເຂົ້າເຄື່ອນໄຫວຈະກາຍເປັນຈຸດໂດດເດັ່ນ, ປະກອບສ່ວນເຂົ້າໃນເຕີບໂຕເສດຖະກິດພາກໃຕ້ຂອງແຂວງ ບິ່ງທ້ວນ. ລັດຖະບານຈະສະໜັບສະໜູນ, ສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍເພື່ອໃຫ້ເຈົ້າຂອງລົງທຶນ, ແຂວງ ບິ່ງທ້ວນ ກໍ່ສ້າງສຳເລັດໂຄງການມີຄວາມໝາຍສຳຄັນນີ້, ເພື່ອໃຫ້ແຂວງບິ່ງທ້ວນພັດທະນາໄວກ່ວາ, ຮອບດ້ານກ່ວາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງເຂດຕອນໃຕ້ສຸດຂອງພາກກາງ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ