ນາຍົກລັດຖະມົນຕີ ລົງກວດກາວຽກງານພາສີຢູ່ສະໜາມບິນສາກົນເຕີນເຊີນເຍິດ

ນາຍົກລັດຖະມົນຕີ ລົງກວດກາວຽກງານພາສີຢູ່ສະໜາມບິນສາກົນເຕີນເຊີນເຍິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ລົງກວດກ​າ​ວຽກ​ງານ​ຢູ່​ພະ​ແນກ​ພາ​ສີ​ດ່ານ​ສາ​ກົນ ສະ​ໜາມ​ບິນ​ເຕີນ​ເຊີນ​ເຍິດ


(vovworld) – ຕອນ​ບ່າຍ​ວັນ​ທີ 27/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້ລົງ​ໄປ​ອວຍ​ພອນ​ປີ​ໃໝ່ ແລະ ກວດກ​າ​ວຽກ​ງານ​ຢູ່​ພະ​ແນກ​ພາ​ສີ​ດ່ານ​ສາ​ກົນ ສະ​ໜາມ​ບິນ​ເຕີນ​ເຊີນ​ເຍິດ-ກົມ​ພາ​ສີ​ນະ​ຄອນ​ໂຮ່​ຈິ​ມິນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ໃນ​ຊຸມ​ວັນ​ບຸນ​ເຕັດ, ຈຳ​ນວນ​ຜູ້​ໂດຍ​ສານ​ໃນ​ບໍ​ລິ​ເວນ​ສະ​ໜາມ​ບິນແມ່ນຫຼວງຫຼາຍ, ອັນ​ໄດ້ວາງ​ອອກ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ທີ່​ສຸດ​ສຳ​ລັບ​ກຳ​ລັງພະ​ນັກ​ງານ, ​ເຈົ້າ​ໜ້າ​ທີ່​ພາ​ສີ. ພະ​ນັກ​ງານ, ​ເຈົ້າ​ໜ້າ​ທີ່​ພາ​ສີຕ້ອງ​ຮັບ​ປະ​ກັນ​ໃຫ້​ຊາວ​ຫວຽດ​ນາມ​ທັງ​ຢູ່​ພາຍ​ໃນ ແລະ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງນອນ​ຢ່າງ​ສະ​ດວກ​ສະ​ບາຍ. ສູ້​ຊົນ​ສ້າງ​ເຄື່ອງ​ໝາຍ​ພາ​ສີດ່ານ​ສາ​ກົນ ສະ​ໜາມ​ບິນ​ເຕີນ​ເຊີນ​ເຍິດ ກາຍ​ເປັນ​ຫົວ​ໜ່ວຍ​ພ​າ​ສີ​ນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫວ​ພາ​ສີ.
ຂ່າວ/ບົດ​ອື່ນ