ນາຍົກລັດຖະມົນຕີ ລີບີ ກ່າວເຕືອນກະແສຟອງຊາວອົບພະຍົບເຂົ້າ ເອີຣົບ

(VOVWORLD) -ທ່ານນາຍົກລັດຖະມົນຕີ ລີບີ Fayez al-Sarraj ກ່າວເຕືອນວ່າ ມີຊາວອົບພະຍົບປະມານ 800.000 ຄົນ ຄາດວ່າຈະເຂົ້າເມືອງ ອີຕາລີ ແລະ ເອີຣົບ ເພື່ອແນໃສ່ລົບລີ້ການປະທະກັນທີ່ພວມເກີດຂຶ້ນຢູ່ ລີບີ. 

        ໃນການຕອບສໍາພາດຕໍ່ນັກຂ່າວໜັງສືພິມ Corriere della Sera ຂອງ ອີຕາລີ ໃນວັນທີີ 15 ເມສາ, ທ່ານນາຍົກລັດຖະມົນຕີ ລີບີ Fayez al-Sarraj ກ່າວເຕືອນວ່າ ມີຊາວອົບພະຍົບປະມານ 800.000 ຄົນ ຄາດວ່າຈະເຂົ້າເມືອງ ອີຕາລີ ແລະ ເອີຣົບ ເພື່ອແນໃສ່ລົບລີ້ການປະທະກັນທີ່ພວມເກີດຂຶ້ນຢູ່ ລີບີ. ທ່ານນາຍົກລັດຖະມົນຕີລີບີ Fayez al-Sarraj ຖືວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດມາດຕະການໃດໜຶ່ງຢ່າງໄວວາ ເພາະວ່າສະພາບການຊົ່ວຮ້າຍລົງຢູ່ ລີບີ ອາດຈະເຮັດໃຫ້ ຈໍານວນຊາວອົບພະຍົບລີບີ  ເຂົ້າປະເທດ ອີຕາລີ ແລະ ເອີຣົບຫຼາຍກວ່າ. ທ່ານ ກໍກ່າວເຕືອນວ່າ, ໃນຈໍານວນຊາວອົບພະຍົບນັ້ນ ຈະມີທັງອາດຊະຍາກໍາ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຖິງອົງການ IS.

        ຄໍາກ່າວເຕື່ອນດັ່ງກ່າວ ຂອງທ່ານນາຍົກລັດຖະມົນຕີ ລີບີ ໄດ້ຍົກອອກມາໃນສະພາບການທີ່ການປະທະກັນຍັງສືບຕໍ່ເກີດຂຶ້ນ ພາຍຫຼັງກໍາລັງອ້າງຊື່ເອງວ່າ ແມ່ນກອງທັບແຫ່ງຊາດລີບີ (LNA) ທີ່ຈົ່ງຮັກພັກດີກັບນາຍພົນ Khalifa Haftar ໄດ້ເປີດການບຸກໂຈມຕີໃສ່ເຂດທາງພາກຕາເວັນຕົກ ລີບີ.  ຕາມຕົວເລກສະຖິຕິຂອງ ສປຊ ແລ້ວ, ການປະທະກັນຄັ້ງຕ່າງໆນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 146 ຄົນ ແລະ ສາມັນຊົນກວ່າ 13.500 ຄົນ ຕ້ອງປ່ອຍປະເຮືອນຊານບ້ານຊ່ອງຂອງຕົນເພື່ອໄປລີ້ໄພ.

ຕອບກັບ

ຂ່າວ/ບົດ​ອື່ນ