ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນບ່າຍວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Moha Bovor Thipadei Hun Manet ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ ກັບຄືນເມືອປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11 – 12 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Thipadei Hun Manet  (ພາບ: VOV)

ໃນໄລຍະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ; ພົບປະເຈລະນາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

        ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີສູ້ຊົນບັນລຸວົງເງິນການຄ້າສອງຝ່າຍ 20 ຕື້ USD ໃນໄລຍະຈະມາເຖິງ; ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ບັນດາການເຄື່ອນໄຫວຮ່ວມມືລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດສອງປະເທດ; ຊົມເຊີຍບັນດາອົງການກ່ຽວຂ້ອງຂອງສອງຝ່າຍທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແນໃສ່ສືບຕໍ່ຮັກສາ, ປັບປຸງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ; ເຫັນດີສືບຕໍ່ສົມທົບກັນ, ຊຸກຍູ້ແກ້ໄຂບັນດາບໍລິເວນທີ່ນອນໃນ 16% ເສັ້ນຊາຍແດນຍັງບໍ່ທັນໄດ້ຮັບການປັກຫຼັກໝາຍ…

ຕອບກັບ

ຂ່າວ/ບົດ​ອື່ນ