ນາຍົກລັດຖະມົນຕີ ລາວ ຕ້ອນຮັບຄະນະຜູ້ແທນອົງ ການກວດສອບແຫ່ງລັດ ຫວຽດນາມ

ນາຍົກລັດຖະມົນຕີ ລາວ ຕ້ອນຮັບຄະນະຜູ້ແທນອົງ ການກວດສອບແຫ່ງລັດ ຫວຽດນາມ - ảnh 1
ທ່ານ Dinh Tien Dung ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ
(ພາບ: vietnamplus.vn)

(vovworld) - ຕອນ​ເຊົ້າວັນ​ທີ 27/4, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດ​ສອບແຫ່ງ​ລັດ​ຫວຽດນາມ ​ໂດຍ​ທ່ານ Dinh Tien Dung, ກຳມະການ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ, ປະທານ​ອົງການ​ກວດສອບ​ແຫ່ງ​ລັດ​ນຳ​ໜ້າ ​ເນື່ອງ​ໃນການ​ຢ້ຽມຢາມ​ລາວ​​ແຕ່​ວັນ​ທີ 25 – 27/4. ທ່ານ​ນາ​ຍົກ​ລັດຖະມົນຕີ​ລາວ ທອງ​ສິງ ທຳ​ມະ​ວົງ​ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ຄະ​ນະ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012 ​ແລະ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນຂອງ​​ອົງການ​ກວດສອບ 2 ປະ​ເທດ​ລາວ - ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີ ລາວ ໃຫ້​ຄຳໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ ສົມທົບ​ກັບ​ລັດຖະບານ​ຫວຽດນາມ ​ແລະ ສ້າງ​ທຸກໆ ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອ​ໃຫ້​ອົງການ​ກວດສອບ​ແຫ່ງ​ລັດ 2 ປະ​ເທດ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.

​​ເປັນ​ທີ່​ຮູ້​ກັນ​ແລ້ວ​ວ່າ, ​ໄລຍະ​ຜ່ານ​ມາ, ອົງການ​ກວດສອບ​​ແຫ່ງ​ລັດ​ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ​້​ແກ່​ພະນັກງານ​ຂະ​ແໜງກວດສອບຂອງ​ລາວ ຜ່ານ​ການ​ຝຶກ​ອົບຮົ​ມ, ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ, ຊ່ວຍ​ໃຫ້​ອົງການກວດສອບ​ແຫ່ງ​ລັດ​ລາວ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ຂົງ​ເຂດ​ຕ່າງໆ. 2 ຝ່າຍ​ກໍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ປະຈຳ​ປີ​ລະຫວ່າງ ອົງການ​ກວດສອບ 3 ປະ​ເທດ​ຫວຽດນາມ,​ ລາວ, ກຳປູ​ເຈຍ ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ