ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ຈະ​ເດີນ​ທາງ​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ມັງ​ກອນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8 – 10 ມັງກອນ 2022, ເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ຈະ​ເດີນ​ທາງ​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ມັງ​ກອນ - ảnh 1ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: khmertimeskh.com) 

  ວັນທີ 5 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8 – 10 ມັງກອນ 2022, ເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ແລະ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ການຢ້ຽມຢາມຄັ້ງນີ້ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ