ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ເລີ່ມ​​ຢ້ຽ​ມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 – 10/01/2022 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ເລີ່ມ​​ຢ້ຽ​ມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: khmertimeskh.com)

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແມ່ນການຢ້ຽມຢາມທໍາອິດຂອງການນຳຂັ້ນສູງຕ່າງປະເທດມາ ຫວຽດນາມ ໃນປີ 2022. ການຢ້ຽມຢາມຄັ້ງນີ້ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນໍາຂັ້ນສູງສອງປະເທດໃນການຊຸກຍູ້ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ຜັນຂະຫຍາຍ ຖະແຫຼງການຮ່ວມ ຫວຽດນາມ - ລາວ ເມື່ອເດືອນມິຖຸນາ 2021 ຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນເຫດການທຳອິດທີ່ມີຄວາມໝາຍໃນຂອບເຂດການເຄື່ອນໄຫວຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ