ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຕີລາຄາສູງການຮ່ວມມືລະຫວ່າງກະຊວງພາຍໃນ ລາວ - ຫວຽດນາມ

(VOVWORLD) - ທ່ານລັດຖະມົນຕີ ຟ້າມທິແທັງຈ່າ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືຈຸດສຸມຂອງສອງກະຊວງ ໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດກ່ຽວກັບວຽກງານລັດຖະການ, ລັດຖະກອນ, ຄຸ້ມຄອງບໍລິຫານ, ສຳເນົາເອກະສານ…
ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຕີລາຄາສູງການຮ່ວມມືລະຫວ່າງກະຊວງພາຍໃນ ລາວ - ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາງ ລັດຖະມົນຕີ ຟ້າມທິແທັງຈ່າ
(ພາບ: Phạm Kiên/TTXVN)

ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໂດຍທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ, ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານນາງລັດຖະມົນຕີ ຟ້າມທິແທັງຈ່າ ຢັ້ງຢືນວ່າ ກະຊວງພາຍໃນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ. ທ່ານລັດຖະມົນຕີ ຟ້າມທິແທັງຈ່າ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືຈຸດສຸມຂອງສອງກະຊວງ ໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດກ່ຽວກັບວຽກງານລັດຖະການ, ລັດຖະກອນ, ຄຸ້ມຄອງບໍລິຫານ, ສຳເນົາເອກະສານ…

        ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ສະເໜີວ່າ: ໄລຍະຈະມາເຖິງ, ກະຊວງພາຍໃນສອງປະເທດສືບຕໍ່ແລກປ່ຽນປະສົບການ ແລະ ບົດຮຽນກ່ຽວກັບການປະຕິຮູບດ້ານບໍລິຫານ, ພິເສດແມ່ນວຽກງານຫັນເປັນດີຈີຕອນ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ລັດຖະບານ ລາວ ສະໜັບສະໜູນ, ໃຫ້ບຸລິມະສິດວຽກງານຫັນເປັນດີຈີຕອນໃນບັນດາຂົງເຂດບໍລິຫານຂອງລັດ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສະເໜີໃຫ້ສອງຝ່າຍສົມທົບກັບຄະນະກຳມະການຮ່ວມມືສອງປະເທດ ຊຸກຍູ້ການສ້າງແຜນຮ່າງຫັນເປັນດີຈີຕອນໃຫ້ແກ່ກະຊວງພາຍໃນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ