ນາຍົກລັດຖະມົນຕີ ສ. ເກົາຫຼີ ຮຽກຮ້ອງ ການຮ່ວມມືມຸ່ງໄປເຖິງການພົບປະສຸດຍອດ 2 ພາກເກົາຫຼີ

(VOVWORLD) - ນີ້ແມ່ນຄຳເຫັນຂອງທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yon ໃນງານລ້ຽງ, ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ເກົາຫຼີ ເມື່ອຕອນທ່ຽງວັນທີ 11 ກຸມພາ.
ນາຍົກລັດຖະມົນຕີ ສ. ເກົາຫຼີ ຮຽກຮ້ອງ ການຮ່ວມມືມຸ່ງໄປເຖິງການພົບປະສຸດຍອດ 2 ພາກເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yon (ເບື້ອງຂວາ) ໃນການພົບປະກັບຄະນະຜູ້ແທນ ສປປ ເກົາຫຼີ

       2 ພາກເກົາຫຼີ ຕ້ອງຕັ້ງໜ້າຮ່ວມມືເພື່ອແນໃສ່ສ້າງເງື່ອນໄຂເໝາະສົມໃຫ້ແກ່ການພົບປະລະຫວ່າງ 2 ພາກເກົາຫຼີ. ນີ້ແມ່ນຄຳເຫັນຂອງທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yon ໃນງານລ້ຽງ, ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ເກົາຫຼີ ເມື່ອຕອນທ່ຽງວັນທີ 11 ກຸມພາ. ກ່າວຄຳເຫັນທີ່ເຫດການໂດຍມີການເຂົ້າຮ່ວມຂອງທ່ານນາງ Kim Yo-jong, ນ້ອງສາວຂອງການນຳ ສປປ ເກົາຫຼີ Kim Jong – un, ແລະ ທ່ານ ປະທານຄະນະປະທານສະພາຜູ້ແທນປະຊາຊົນສູງສຸດ ສປປ ເກົາຫຼີ Kim Yong – nam, ໄດ້ເຕື້ອງເຖິງເລື່ອງການນຳ ສປປ ເກົາຫຼີ ໄດ້ຝາກຈົດໝາຍເຊື້ອເຊີນທ່ານປະທານາທິບໍປີ Moon Jae –in ໄປຢ້ຽມຢາມ ພຽງຢາງ, ທ່ານ Lee Nak – yon ສະແດງຄວາມຫວັງຈະໄດ້ສ້າງເງື່ອນໄຂເໝາະສົມເພື່ອແນໃສ່ຊ່ວຍການພົບປະລະຫວ່າງການນຳ 2 ພາກເກົາຫຼີ ໃຫ້ປະກົດຜົນເປັນຈິງ. ຕາມທ່ານນາຍົກລັດຖະມົນຕີ Lee Nak – yon ແລ້ວ, ໄປຄຽງຄູ່ກັບການຮ່ວມມືລະຫວ່າງ ສ. ເກົາຫຼີ ແລະ ສປປ ເກົາຫຼີ ກໍ່ຕ້ອງມີການສະໜັບສະໜູນຂອງປະຊາຄົມສາກົນໃຫ້ແກ່ແງ່ຫວັງດັ່ງກ່າວ, ພ້ອມທັງຖືວ່າ ການເຈລະຈາລະຫວ່າງ 2 ພາກເກົາຫຼີ ຄວນໄດ້ຮັບການຮັກສາໄວ້ພາຍຫຼັງງານມະຫາກຳກິລາ Olympic.

ຕອບກັບ

ຂ່າວ/ບົດ​ອື່ນ