ນາຍົກລັດຖະມົນຕີ ສາທາລະນະລັດ ຝຣັ່ງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ, ວັນທີ 2 ພະຈິກ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ຝຣັ່ງ Edouard Philippe ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 2-4 ພະຈິກ 2018.

ນາຍົກລັດຖະມົນຕີ ສາທາລະນະລັດ ຝຣັ່ງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ຝຣັ່ງ Edouard Philippe (ພາບ:TTXVN)

ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຝຣັ່ງ ກຳລັງພັດທະນາຢ່າງດີງາມ. ຝຮັ່ງ ແມ່ນຄູ່ຮ່ວມມືການຄ້າ ເອີຣົບ ໃຫຍ່ອັນດັບ 5 ຂອງ ຫວຽດນາມ ດ້ວຍວົງເງີນການຄ້າສອງຝ່າຍ ປີ 2017 ບັນລຸ 4,6 ຕື້ໂດລາສະຫະລັດ. ການແລກປ່ຽນການຄ້າສອງສົ້ນ ໃນ 6 ເດືອນຕົ້ນປີ 2018 ບັນລຸ 2,3 ຕື້ໂດລາສະຫະລັດ.

ດ້ານການຮ່ວມມືພັດທະນາ, ຝຣັ່ງແມ່ນປະເທດອຸປະຖຳມາຈາກ ເອີຣົບ ສອງຝ່າຍ ODA ແຖວໜ້າໃຫ້ແກ່ ຫວຽດນາມ ແລະ ຫວຽດນາມ ກໍ່ຢືນຢູ່ອັນດັບສອງ ໃນບັນດາປະເທດ ທີ່ໄດ້ຮັບ ODA ຂອງຝຣັ່ງ ຢູ່ອາຊີ ດ້ວຍຍອດທຶນສັນຍາທັງໝັດຂຶ້ນເຖິງ 18,4 ຕື້ໂດລາສະຫະລັດ ຄິດໄລ່ມາແຕ່ ປີ 1993. ມາຮອດປັດຈຸບັນ, ຝຣັ່ງໄດ້ສະໜອງ ແລະ ໃຫ້ ຫວຽດນາມ ກູ້ຢືມໃນອັດຕາດອກເບ້ຍຕ່ຳ 2,2 ຕື້ເອີໂຣ. ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ລະຫວ່າງສອງປະເທດໄດ້ຮັບການສ້າງຂຶ້ນ ແລະ ພັດທະນາມາແຕ່ຕົ້ນຊຸມປີ 1980. ຈຳນວນສັກສຶກສາ ຫວຽດນາມ ໄປສຶກສາຢູ່ ຝຣັ່ງ ເພີ່ມຂຶ້ນປະມານ 40% ໃນຮອບ 10 ປີຜ່ານມາ ແລະ ປັດຈຸບັນມີນັກສຶກສາຫຼາຍກວ່າ 7.000 ຄົນທີ່ກຳລັງສຶກສາຢູ່ ຝຣັ່ງ. ການຮ່ວມມືລະຫວ່າງ ສອງປະເທດ ໃນຂົງເຂດວິທະຍາສາດ ເຕັກໂນໂລຊີ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທ້ອງຖິ່ນ, ສາທາລະນະສຸກ ກໍ່ມີຂີດໝາຍຫຼາຍຢ່າງ…

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລົດຖະມົນຕີ ຝຣັ່ງ Edouard Philippe ໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ, ພ້ອມນັ້ນກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດໄດ້ ສຳຜັດ, ຊອກຮູ້ຕະຫຼາດ, ຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ທ່າແຮງຂອງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ