ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບ ຜູ້ບັນຊາການສູງສຸດ ກອງທັບ ລາຊະອານາຈັກ ກຳປູເຈຍ

(VOVWORLD) -  ວັນທີ 30 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກອງທັບລາຊະອານາຈັກ ກຳປູເຈຍ ນຳໂດຍທ່ານ ພົນເອກ Vong Pisen ຜູ້ບັນຊາການສູງສຸດ ກອງທັບລາຊະອານາຈັກ ກຳປູເຈຍ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 29-31 ຕຸລາ.
ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບ ຜູ້ບັນຊາການສູງສຸດ ກອງທັບ ລາຊະອານາຈັກ ກຳປູເຈຍ - ảnh 1 ທີ່ການຕ້ອນຮັບ 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ປາຖະໜາວ່າ ກະຊວງປ້ອງກັນປະເທດກຳປູເຈຍ ຈະສືບຕໍ່ສົມທົບກັບຝ່າຍ ຫວຽດນາມ ໃນການຊອກຫາ ທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ສະເໜີລັດຖະບານກຳປູເຈຍ ສ້າງເງື່ອນໄຂໃຫ້ແກ່ບັນດາກົມກອງຂອງກອງທັບ, ທະຫານປ້ອງກັນຊາຍແດນ ສົມທົບກັບອຳນາດການປົກຄອງທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ ຈັດຕັ້ງບັນດາໂຄງການຮ່ວມມືດ້ວຍຫຼາຍຮູບແບບແຕກຕ່າງກັນ, ຍູ້ແຮງການຂົນຂວາຍໂຄສະນາ, ສົມທົບກັນຂົນຂວາຍປະຊາຊົນເຂດຊາຍແດນ ປະຕິບັດຂໍ້ກຳນົດກົດລະບຽບ ການຄຸ້ມຄອງ ແລະ ປ້ອງກັນຊາຍແດນຮ່ວມກັນເປັນຢ່າງດີ, ເພື່ອຈຸດປະສົງສ້າງເຂດຊາຍແດນ ລະຫວ່ງ ສອງປະເທດໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ໂດຍເນັ້ນໜັກວ່າ ປີ 2019 ແມ່ນປີ ສະເຫຼີມສະຫຼອງ 40 ປີ ແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດ ຂະເໝນແດງ ຢູ່ ກຳປູເຈຍ (07 ມັງກອນ 1979 – 07 ມັງກອນ 2019), ທ່ານນາຍົກລັດຖະມົນຕີ ສະເໜີ ທ່ານຜູ້ບັນຊາການສູງສຸດ ກອງທັບລາຊະອານາຈັກ ກຳປູເຈຍ ຊຸກຍູ້ບັນດາອົງການ, ຄະນະ, ຂະແໜງການຂອງກຳປູເຈຍ ເປັນຕົ້ນແມ່ນ ກອງທັບລາຊະອານາຈັກ, ສົມທົບກັບຝ່າຍ ຫວຽດນາມ ຈັດຕັ້ງບັນການເຄື່ອນໄຫວ ສະເຫຼີມສະຫຼອງໃຫ້ເປັນຢ່າງດີ, ເຮັດໃຫ້ເຫດການປະຫວັດສາດອັນສຳຄັນນີ້ມີຄວາມໝາຍເລິກເຊິ່ງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ