ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບປະຈຳປີ ຂະແໜງທະນາຄານ

(VOVWORLD) -ປີ 2018 ອົງການນີ້ໄດ້ປະຕິບັດ ບັນດາເຄື່ອງມືດ້ານນະໂຍບາຍເງິນຕາຢ່າງຄົບຊຸດ ແລະ ມີໄຫວພິບ ເພື່ອສ້າງສະຖຽນລະພາບໃຫ້ແກ່ຕະຫຼາດເງິນຕາ, ການແລກປ່ຽນເງິນຕາຕ່າງປະເທດ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ໃຫ້ ຢູ່ໃນລະດັບ 3,54%

ໃນຕອນເຊົ້າວັນທີ 9 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສະຫຼຸບໝາກຜົນການບໍລິຫານນະໂຍບາຍດ້ານເງິນຕາ ແລະ ການເຄື່ອນໄຫວຂອງທະນາຄານ ປີ 2018, ກຳນົດທິດທາງໜ້າທີ່ ປີ 2019.

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບປະຈຳປີ ຂະແໜງທະນາຄານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຖ່າຍຮູບກັບບັນດາຜູ້ແທນຢູ່ກອງປະຊຸມ (ພາບ:TTXVN)

ຕາມການລາຍງານຂອງຂະແໜງການເງິນໄດ້ຂີ້ໃຫ້ເຫັນວ່າ ປີ 2018 ອົງການນີ້ໄດ້ປະຕິບັດ ບັນດາເຄື່ອງມືດ້ານນະໂຍບາຍເງິນຕາຢ່າງຄົບຊຸດ ແລະ ມີໄຫວພິບ ເພື່ອສ້າງສະຖຽນລະພາບໃຫ້ແກ່ຕະຫຼາດເງິນຕາ, ການແລກປ່ຽນເງິນຕາຕ່າງປະເທດ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ໃຫ້ ຢູ່ໃນລະດັບ 3,54%. ນີ້ແມ່ນປີທີ 5 ຢ່າງລຽນຕິດທີ່ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳກວ່າ 4%. ພ້ອມກັນນັ້ນ, ອັດຕາດອກເບ້ຍ ໄດ້ຮັບການຮັກສາເປັນປົກກະຕິ ໃນສະພາບທີ່ອັດຕາດອກເບ້ຍໃນຕະຫຼາດສາກົນເພີ່ມຂຶ້ນ; ຄຸນນະພາບສິນເຊື່ອໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນຍົກສູງຄຸນນະພາບການເຕີບໂຕ GDP ທົ່ວປະເທດ, ອັດຕາແລກປ່ຽນ ແລະ ຕະຫຼາດເງິນຕາ ເປັນປົກກະຕິ; ວຽກງານການສ້າງໂຄງປະກອບລະບົບບັນດາອົງການຈັດຕັ້ງສິນເຊື່ອຄືນໃໝ່ ຕິດພັນກັບການແກ້ໄຂໜີ້ເສຍ ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ.

ໃນສະພາບການປະຕິວັດອຸດສາຫະກຳ 4.0, ຂະແໜງທະນາຄານກໍ່ໄດ້ຍູ້ແຮງການໝູນໃຊ້ບັນດາເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ບັນດາຄວາມສະດວກໃຫ້ແກ່ລູກຄ້າ, ປະກອບສ່ວນຫຼຸດຜ່ອນການຊຳລະດ້ວຍການນຳໃຊ້ເງິນສົດ.

ຕອບກັບ

ຂ່າວ/ບົດ​ອື່ນ