ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: JICA ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ດ້ວຍຖານະແມ່ນອົງການປະສານງານທຶນ ODA, JICA ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: JICA ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Shinichi Kitaoka, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) 

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Shinichi Kitaoka, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ດ້ວຍຖານະແມ່ນອົງການປະສານງານທຶນ ODA, JICA ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ແຫຼ່ງທຶນ ODA ນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພິເສດແມ່ນດ້ານພື້ນຖານໂຄງລ່າງ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ນຳໃຊ້ແຫຼ່ງທຶນນີ້ຖືກຈຸດປະສົງ, ຄຸ້ມຄອງທຶນ ODA ຂອງຍີ່ປຸ່ນ ຢ່າງມີປະສິດທິຜົນ.

        ສ່ວນທ່ານ Shinichi Kitaoka ໄດ້ຕີລາຄາວ່າ: ໃນຮອບເວລາ 30 ປີຜ່ານມາ, ເສດຖະກິດ, ສັງຄົມຂອງ ຫວຽດນາມ ໄດ້ພັດທະນາອັນດີງາມທີ່ສຸດ. ທ່ານມີຄວາມປິຕິຊົມຊື່ນຍ້ອນໃນການພັດທະນານັ້ນມີການປະກອບທຶນ ODA ຂອງຍີ່ປຸ່ນ. ທ່ານ Shinichi Kitaoka ໄດ້ຊີ້ແຈ້ງວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈໃນນັບແຕ່ຫຼາຍປີມານີ້ ແລະ JICA ມີຄວາມປິຕິຊົມຊື່ນ ຍ້ອນ ຫວຽດນາມ ນັບມື້ນັບເປັນເຈົ້າການໃນການບືນຕົວ ພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ