ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ກອງປະຊຸມສຸດຍອດກຸ່ມ G 7 ເປີດກ້ວາງ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ກອງປະຊຸມສຸດຍອດກຸ່ມ G 7  ເປີດກ້ວາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໃນກອງປະ​ຊຸມ​ສຸດຍອດ​ກຸ່ມ G 7  ເປີດ​ກ້​ວາງ


(vovworld)-   ຕອນ​ເຊົ້າ​ວັ​ນ​ທີ 27/5, ຢູ່​ແຂວງ Mie, ​ປະ​ເທດ​ຍີ​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່ວາ​ລະ​ປະ​ຊຸມ​ຄັ້ງ​ທີ  1 ໃນ​ຂອບ​ເຂດກອງປະ​ຊຸມ​ສຸດຍອດ​ກຸ່ມ G 7  ເປີດ​ກ້​ວາງ. ຂຶ້ນ​ຕົ້ນ​ບົດ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ບັນ​ຫົວ​ເລື່ອງ​ບຸ​ລິ​ມະ​ສິດ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ, ທ່ານ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ບັນ​ດາ​ບັນຫາສຳ​ຄັນ ແລະ ຮີບ​ດ່ວນ​ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ເວົ້າ​ສະ​ເພາະ ແລະ ໃນ​ໂລກ​ເວົ້າ​ລວມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງບົນ​ພື້ນ​ຖານ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແມ່ນ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ, ໃນ​ນັ້ນ​ພື້ນ​ຖານ​ໂຄງ​ລ່າງ​ແມ່ນ​ໜຶ່ງ​ໃນ 3ບາດ​ກ້າວ​ບຸກ​ທະ​ລຸ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຂອງ​ຍີ​ປຸ່ນ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ​ຢູ່​ອາ​ຊີ ແລະ ຂໍ້​ລິ​ເລີ່ມ​ເຊື່ອມ​ຈອດ​ແມ່​ຂອງ-ຍີ​ປຸ່ນ; ຊົມ​ເຊີຍ​ການ​ໜູ​ຊ່ວຍ​ຂອງ​ກຸ່ມ​ປະ​ເທດ G7….

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຍັງ​ຊົມ​ເຊີຍບັນ​ດາ​ຂໍ້​ລິ​ເລີ່ມ​​ໃໝ່ຂອງ​ຍີ​ປຸ່ນໃນ​ບັນ​ດາ​ຂົງ​ເຂດສຳ​ຄັນ​ຄື ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາ​ບ ແລະ ການ​ພັດ​ທະ​ນາ​ຢູ່​ຕາ​ເວັນ​ອ​ອກ​ກາງ, ເບິ່ງ​ແຍງ​ສຸ​ຂະ​ພາບ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ກໍ​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຍີ​ປຸ່ນ​ໃນ​ການ​ໜູນ​ຊ່ວຍ​ອາ​ຟະ​ລິ​ກາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຍັງ​ຢືນ​ຢັນ​ວ່າ ໂລກ​ ແລະ ພາກ​ພື້ນພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້ນ​ຮັບ​ໃຫຍ່ຫຼວງ​ສຳ​ລັບ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ສິດ​ເສ​ລີໃນ​ການ​ເດີນເຮືອ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ ຂັດ​ກັບ​ກົດ​ໝາຍ​ສາ​ກົນ ແລະ ຂໍ້​ຕົກ​ລົງ​ໃນ​ພາກ​ພື້ນ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ພວມ​ເປັນ​ໄພ​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສະ​ພາບ​ການນີ້ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ລະ​ງັບ​ໃຈ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສັນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ DOC, ກ້າວ​ໄປ​ເຖິງ​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ COC . ຫວຽດ​ນາມ​ຊົມ​ເຊີຍ​ບັນ​ດາ​ປະ​ເທດ​ກຸ່ມ G7 ທີ່​ໄດ້​ມີ​ສຽງ​ເວົ້າ​ຢ່າງ​ແຂງ​ແຮງ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ສິດ​ເສ​ລີໃນ​ການ​ເດີນເຮືອ, ການ​ບິນ​, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລ​ະ ຫວັງ​ວ່າ ​ບັນ​ດາ​ປະ​ເທດ​ກຸ່ມ G7 ແລະ ປະ​ຊາ​ຄົມ​ໂລກ​ສືບ​ຕໍ່​ປະ​ກອບ​ສ່ວນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ-ປາ​ຊີ​ຟິກ ແລະ ໃນ​ໂລກ.
ຂ່າວ/ບົດ​ອື່ນ