ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຮອງປະທານປະເທດ ສປປ. ລາວ ຄຳພັນວິພາວັນ

(VOVWORLD) -ທີ່ການຕ້ອນຮັບດຳເນີນໄປໃນຕອນບ່າຍວັນທີ 18 ກໍລະກົດ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກເຖິງ ນ້ຳໃຈອ້າຍນ້ອງສັດຊື່ບໍລິສູດ, ໂປ່ງໃສ ຫວຽດນາມ - ລາວ.
ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຮອງປະທານປະເທດ ສປປ. ລາວ ຄຳພັນວິພາວັນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຮອງປະທານປະເທດລາວ ຄຳພັນວິພາວັນ)

ໃນໄລຍະຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມສອງປະເທດຮັກສາສາຍພົວພັນ ຫວຽດນາມ - ລາວ; ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ເພີ່ມວົງເງິນການຄ້າສອງຝ່າຍ. ເຖິງວ່າຍັງປະຊົບຄວາມທຸກຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມຈະສືບຕໍ່ໜູນຊ່ວຍລາວ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກເຖິງ ການຮ່ວມມືບຳລຸງສ້າງ ແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຍົກສູງຄຸນນະພາບການບໍາລຸງສ້າງນັກຮຽນລາວມາຮຽນ ຢູ່ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່ານສືບຕໍ່ປ່ຽນໃໝ່ກົນໄກ, ນະໂຍບາຍກົດໝາຍ, ປະຕິຮູບການບໍລິຫານເພື່ອ ປົດປ່ອຍກຳລັງຜະລິດ ແລະ  ມີບາດກ້າວພັດທະນາໃໝ່ໃນການ ເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍຈະສືບຕໍ່ຮຳ່ຮຽນ, ແບ່ງປັນບົດຮຽນໃນວິວັດແຫ່ງການພັດທະນານີ້. ກ່ຽວກັບການໜູນຊ່ວຍລາວກໍ່ສ້າງສຳນັກງານສະພາແຫ່ງຊາດ, ທ່ານ ນາຍົກລັດຖະມົນຕີ ຖຶວ່າ ນີ້ແມ່ນກິດຈະກຳສຳຄັນ, ທັງເປັນສັນຍາລັກແຫ່ງສາຍພົວພັນຮ່ວມມືມິດຕະພາບ ຫວຽດນາມ - ລາວ. ຫວຽດນາມຈະສົມທົບກັບລາວໃນການກໍ່ສ້າງກິດຈະກຳນີ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ