ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ລັດຖະບານ 2 ປະເທດສືບຕໍ່ເອົາໃຈໃສ່ຊີ້ນຳປະຕິບັດປະສິດທິຜົນຂອງສັນຍາກ່ຽວກັບຄົນງານ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ຢູ່ນອກກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF ASEAN 2018). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ລັດຖະບານ 2 ປະເທດສືບຕໍ່ເອົາໃຈໃສ່ຊີ້ນຳປະຕິບັດປະສິດທິຜົນຂອງສັນຍາກ່ຽວກັບຄົນງານ, ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບເສລີ ແລະ ຜັນຂະຫຍາຍສະຫລຸບຮູບແບບກວດກາ “ປະຕູດຽວ” ຢູ່ຄູ່ດ່ານຊາຍ ລາວບ໋າວ - ແດນສະຫວັນ.

        ດ້ວຍຄວາມຕັດສິນໃຈຮ່ວມມືສອງຝ່າຍ ສືບຕໍ່ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາອີກ, ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງຕັ້ງໜ້າ, ມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການປະຕິບັດບັນດາໂຄງການລົງທຶນຕາມທິດຮັບປະກັນ “ຄຸນນະພາບ, ປະສິດທິຜົນ, ຖືກຄວາມຄືບໜ້າ ແລະ ສະກັດກັ້ນການຟຸມເຟືອຍ”, ພ້ອມທັງກະກຽມໃຫ້ກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ ຢູ່ຫວຽດນາມ ໃນຕົ້ນປີ 2019 ຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ