ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາວິສາຫະກິດຜະລິດນ້ຳນົມນິວຊີແລນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ລັດຖະບານ ຫວຽດນາມ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງການຮ່ວມມືຂອງ Fonterra ກັບບັນດາຄູ່ຮ່ວມມື ຫວຽດນາມ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາວິສາຫະກິດຜະລິດນ້ຳນົມນິວຊີແລນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບບັນດາບໍລິສັດນ້ຳນົມ ນິວຊີແລນ

ຕອນເຊົ້າວັນທີ 13 ມີນາ, ຢູ່ນະຄອນ Auckland, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Lukas Paravicini, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Fonterra - ເຊິ່ງເປັນບໍລິສັດນ້ຳນົມໂພຊະນາການໃນທົ່ວໂລກ ມີການເຊື່ອມຕໍ່ຂອງຄອບຄົວຊາວກະສິກອນ ນິວຊີແລນ 10.500 ຄອບຄົວ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ລັດຖະບານ ຫວຽດນາມ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງການຮ່ວມມືຂອງ Fonterra ກັບບັນດາຄູ່ຮ່ວມມື ຫວຽດນາມ.

        ເມື່ອເນັ້ນໜັກເຖິງບັນດາກາລະໂອກາດເປີດກ້ວາງຈາກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ: Fonterra ແລະ ບັນດາວິສາຫະກິດຂອງ ນິວຊີແລນ ຈະໝູນໃຊ້ກາລະໂອກາດນີ້, ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ຜ່ານນັ້ນ ເປີດກ້ວາງຕະຫຼາດໄປສູ່ບັນດາປະເທດ ອາຊຽນ.

        ສ່ວນທ່ານ Lukas Paravicini, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Fonterra ຢືນຢັນວ່າ: Fonterra ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາວິສາຫະກິດ ຫວຽດນາມ ດ້ວຍຄວາມຫວັງເປີດກ້ວາງການເຄື່ອນໄຫວ, ການລົງທຶນຜະລິດດຳເນີນທຸລະກິດຢູ່ ຫວຽດນາມ ກ່ວາອີກ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ກ່າວຄຳເຫັນໃນການຕ້ອນຮັບທ່ານ Kim Willoughby, ຜູ້ອຳນວຍການບໍລິສັດ Deosan ແລະ ທ່ານ Victor Truong, ຜູ້ອຳນວຍການບໍລິສັດ Richmond, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນການເຄື່ອນໄຫວດຳເນີນທຸລະກິດກໍ່ຄືການຮ່ວມມືລະຫວ່າງ Deosan ແລະ ບັນດາວິສາຫະກິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ຢືນຢັນວ່າ: ຫວຽດນາມ ສົ່ງເສີມບັນດາວິສາຫະກິດຕ່າງປະເທດໃນຂົງເຂດຜະລິດ, ປຸງແຕ່ງນ້ຳນົມ ລົງທຶນ, ເປີດກ້ວາງການຜະລິດ, ປ່ຽນໃໝ່ເຕັກໂນໂລຊີ, ອຸປະກອນ, ນຳໃຊ້ບັນດາມາດຕະການປະຢັດພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ