ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ JP.Morgan (ອາເມລິກາ)

(VOVWORLD) - ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ, ໃນນັ້ນມີ JP.Morgan ທຳມາຫາກິນບັນລຸຜົນສຳເລັດຢູ່ ຫວຽດນາມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ JP.Morgan (ອາເມລິກາ) - ảnh 1ທ່ານ Jamie Dimon ແລະ ທ່ານ ຫງວຽນຊວນຟຸກ

ຕອນບ່າຍວັນທີ 3 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jamie Dimon, ປະທານກຸ່ມບໍລິສັດ JP.Morgan (ປະເທດ ອາເມລິກາ).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍກຸ່ມບໍລິສັດໃນໄລຍະຜ່ານມາໄດ້ຮ່ວມມືກັບ ຫວຽດນາມ ເປັນຢ່າງດີ ແລະ ຕັ້ງໜ້າເຂົ້າຮ່ວມວິວັດການຫັນບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ ເປັນຫຸ້ນສ່ວນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ພວມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕ້ອງການບັນດາຄູ່ຮ່ວມມືໃຫຍ່ຄືກຸ່ມບໍລິສັດ JP.Morgan ເຂົ້າຮ່ວມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ, ໃນນັ້ນມີ JP.Morgan ທຳມາຫາກິນບັນລຸຜົນສຳເລັດຢູ່ ຫວຽດນາມ.

        ສ່ວນທ່ານ Jamie Dimon ໃຫ້ຮູ້ວ່າ: ກຸ່ມບໍລິສັດຍາມໃດກໍ່ປາດຖະໜາຢາກທຳມາຫາກິນຍາວນານຢູ່ ຫວຽດນາມ, ຜ່ານນັ້ນ, ສະໜອງບັນດາການບໍລິການການເງິນດີທີ່ສຸດໃຫ້ແກ່ບັນດາຄູ່ຮ່ວມມື, ວິສາຫະກິດ, ອົງການສິນເຊື່ອຢູ່ທີ່ນີ້. ທ່ານ Jamie Dimon ຢັ້ງຢືນວ່າ JP.Morgan ພ້ອມແລ້ວທີ່ຈະເຂົ້າຮ່ວມວິວັດການພັດທະນາເສດຖະກິດ, ພິເສດແມ່ນການສ້າງໂຄງປະກອບລະບົບທະນາຄານ ແລະ ຫັນເປັນຫຸ້ນສ່ວນຢູ່ ຫວຽດນາມ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ