ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະມາຄົນຕິດຕໍ່ພົວພັນກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) -ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່່ຕ່າງປະເທດ, ຖືຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມໄດ້. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະມາຄົນຕິດຕໍ່ພົວພັນກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍ່ກັບຄົນ ຫວຽດນາມ ຢູ່ຕ່າງປະເທດ (ພາບ: VGP/Quang Hieu)

  ນີ້ແມ່ນຄໍາການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ທີ່ການຕ້ອນຮັບທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ຢູ່ຕ່າງປະເທດ, ໃນຕອນບ່າຍວັນທີ 28 ພະຈິກ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດ, ; ພ້ອມທັງ ຫວັງວ່າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ກໍ່ຄືບັນດາອຳນາດການປົກຄອງ, ທ້ອງຖິ່ນຂັ້ນຕ່າງໆຈະມີການເຄື່ອນໄຫວແທດເໝາະຫຼາຍຢ່າງ ເພື່ອຕ້ອນຮັບພີ່ນ້ອງຊາວຫວຽດນາມ ກັບມາຢາມບ້ານເກີດ, ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ.

ຢັ້ງຢືນເຖິງຄວາມສຳຄັນຂອງວຽກງານ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ , ໂດຍສະເພາະແມ່ນໄວໜຸ່ມ, ທ່ານນາຍົກລັດຖະມົນຕີ ຖືວ່າສະມາຄົມຄວນສົມທົບກັບລັດຖະບານ, ບັນດາສະຖານທູດຫວຽດນາມ ຢູ່ຕ່າງປະເທດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃຫ້ຄວາມສຳຄັນ, ເອົາໃຈໃສ່ໄວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ, ໃນນັ້ນຄວນຍູ້ແຮງການຮຽນ- ການສອນພາສາຫວຽດ ໃຫ້ແກ່ໄວໜຸ່ມ. ທ່ານນາຍົກລັດຖະມົນຕີ ຫວັງວ່າສະມາຄົມຈະເປີດກ້ວາງການເຄື່ອນໄຫວ, ດຶງດູດຊາວ ຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ແລະເປັນຈໍານວນຫຼວງຫຼາຍ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊາດ. ທ່ານນາຍົກລັດຖະມົນຕີກໍ່ໄດ້ສະເໜີກະຊວງການຕ່າງປະເທດສົມທົບຢ່າງຕັ້ງໜ້າ, ໜູນຊ່ວຍສະມາຄົມເຄື່ອນໄຫວຢ່າງມີປະສິດທິຜົນ./

ຕອບກັບ

ຂ່າວ/ບົດ​ອື່ນ