ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ

(VOVWORLD) -ຕອນບ່າຍວັນທີ 8 ເມສາ, ໃນການຕ້ອນຮັບທ່ານ B. Ramelow ຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຫວັງວ່າ ທ່ານ B. Ramelow ຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ ຈະມີບົດບາດຊຸກຍູ້ສະຫະພາບເອີລົບຮັບຮອງເອົາສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານ B. Ramelow ຜູ້ວ່າການລັດ Thuringen 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ, ຄວາມມານະພະຍາຍາມຂອງຜູ້ວ່າການລັດ Thuringen ເອງ, ການພົວພັນລະຫວ່າງ 2 ຝ່າຍຈະພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດ. ລັດຖະບານຫວຽດນາມໝັ້ນໝາຍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເຢຍລະມັນເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຫວຽດນາມ.

    ສ່ວນ ທ່ານ B. Ramelow  ໃຫ້ຮູ້ວ່າ ລັດ Thuringen ຫວັງຢາກເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດຫວຽດນາມແຊກຊຶມເຂົ້າຕະຫຼາດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ