ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອີຣົບລາຊະອານາຈັກ ລຸກຊຳບວກ

(VOVWORLD) -ຕອນບ່າຍວັນທີ 14 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jean Asselborn, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອີຣົບລາຊະອານາຈັກ ລຸກຊຳບວກ, ພວມຢ້ຽມຢາມຫວຽດນາມ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອີຣົບລາຊະອານາຈັກ ລຸກຊຳບວກ - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ຕ້ອນຮັບທ່ານ Jean Asselborn, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອີຣົບລາຊະອານາຈັກ ລຸກຊຳບວກ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊົມເຊີຍເລື່ອງລົງນາມໃນສັນຍາແມ່ການຮ່ວມມື ລະຫວ່າງລັດຖະບານ ລຸກຊຳບວກ ແລະ ລັດຖະບານຫວຽດນາມ, ສ້າງກອບກ່ຽວກັບການຮ່ວມມືໃຫ້ເໝາະສົມກັບສະພາບການໃໝ່, ພິເສດແມ່ນໃນຂົງເຂດການຮ່ວມມືພັດທະນາ ແລະໜູນຊ່ວຍການປ່ຽນແປງຂອງດິນຟ້າອາກາດ. ຕີລາຄາສູງທີ່ຕັ້ງຂອງນັກລົງທຶນສະຫະພາບເອີຣົບ (ອີຢູ) ອັນດັບທີ 5 ຂອງ ລຸກຊຳບວກ ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສອງຝ່າຍຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດສອງປະເທດໃຫ້ພົບປະແລກປ່ຽນ, ເຊື່ອມຕໍ່ກັບຄູ່ຮ່ວມມື, ໂດຍສະເພາະແມ່ນໃນບັນດາຂົງເຂດການເງິນ - ທະນາຄານ, ການທ່ອງທ່ຽວ ແລະ ການເຕີບໂຕຂຽວ. ພ້ອມກັນນັ້ນ, ສອງຝ່າຍກໍ່ຊຸກຍູ້ການປະຕິບັດສຳເລັດທັງໝົດບັນຫາທີ່ຍັງຄົງຄ້າງ ຂອງສັນຍາອາລັກຂາການລົງທຶນ (IPA) ແລະ ສົ່ງເສີມບັນດາລະບຽບການທີ່ກ່ຽວຂ້ອງ ເພື່ອລົງນາມໃນສັນຍາການຄ້າເສລີ (FTA) ໂດຍໄວ.

        ຕີລາຄາສູງບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມສຸດຍອດ G7 ເປີດກວ້າງ ໃນທ້າຍອາທິດຜ່ານມາ ທີ່ກ່ຽວຂ້ອງເຖິງບັນຫາປົກປັກຮັກສາສະພາບແວດລ້ອມ, ທ່ານລັດຖະມົນຕີ Jean Asselborn ໄດ້ເຊື້ອເຊີນຫວຽດຄົ້ນຄວ້າບົດຮຽນກ່ຽວກັບຮູບແບບພັນທະບັດຂຽວຂອງ ລຸກຊຳບວກ ເພື່ອຄົ້ນຄວ້າ ແລະ ໝູນໃຊ້ຢູ່ຫວຽດນາມ. ເມື່ອເຕື້ອງເຖິງບັນດາການຜັນແປທີ່ເຄັ່ງຕຶງ ກ່ຽວກັບການພົວພັນດ້ານການຄ້າຂອງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ ຫວ່າງແລ້ວນີ້, ທ່ານລັດຖະມົນຕີ Jean Asselborn ປາດຖະໜາຢາກໃຫ້ ອີຢູ ແລະ ຫວຽດນາມ ລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ ໂດຍໄວ, ສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ຢ່າງແຮງການພົວພັນຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດອີຢູ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ