ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າສະຖານກົງສູນກິຕິມະສັກ ຫວຽດນາມ ຢູ່ເຂດ Busan –Kyeongnam

(VOVWORLD) - ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ Park Soo Kwan ໄດ້ຂົນຂວາຍຫຼາຍວິສາຫະກິດ ສ ເກົາຫຼີ ຫຼາຍແຫ່ງເຂົ້າມາລົງທຶນຢູ່ ຫວຽດນາມ ກ່ວາອີກ ຫຼື ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນການນຳເຂົ້າບັນດາປະເພດຜະລິດຕະພັນກະເສດມີຄຸນນະພາບສູງ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າສະຖານກົງສູນກິຕິມະສັກ ຫວຽດນາມ ຢູ່ເຂດ Busan –Kyeongnam - ảnh 1  ທ່ານ Park Soo Kwan ແລະ ທ່ານ ຫງວຽນຊວນຟຸກ

ຕອນເຊົ້າວັນທີ 24 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Park Soo Kwan, ຫົວໜ້າສະຖານກົງສູນໃຫຍ່ກິຕິມະສັກ ຫວຽດນາມ ປະຈຳເຂດ Busan – Kyeongnam, ສ ເກົາຫຼີ ແລະ ຄະນະຜູ້ແທນວິສາຫະກິດຂອງນະຄອນ Busan ພວມມີການຢ້ຽມຢາມ ແລະ ເຮັດວຽກກັບບາງອົງການທີ່ມີໜ້າທີ່ຮັບຜິດຊອບ, ທ້ອງຖິ່ນຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ Park Soo Kwan ຕໍ່ການພັດທະນາການພົວພັນ 2 ປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ Park Soo Kwan ໄດ້ຂົນຂວາຍຫຼາຍວິສາຫະກິດ ສ ເກົາຫຼີ ຫຼາຍແຫ່ງເຂົ້າມາລົງທຶນຢູ່ ຫວຽດນາມ ກ່ວາອີກ ຫຼື ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນການນຳເຂົ້າບັນດາປະເພດຜະລິດຕະພັນກະເສດມີຄຸນນະພາບສູງ ຍ້ອນນີ້ແມ່ນທ່າແຮງຂອງ ຫວຽດນາມ ແລະ ກໍ່ແມ່ນຄວາມຕ້ອງການອັນໃຫຍ່ຫຼວງຂອງ ສ. ເກົາຫຼີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ເອງ ຍາມໃດກໍ່ຈະຕັ້ງໜ້າໜູນຊ່ວຍເພື່ອຊ່ວຍໃຫ້ທ່ານ Park Soo Kwan ປະຕິບັດສຳເລັດບົດບາດເປັນຫົວໜ້າສະຖານກົງສູນໃຫຍ່ກິຕິມະສັກ ຫວຽດນາມ ຢູ່ເຂດ Busan – Kyeongnam ແລະ ນັກທຸລະກິດລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານ Park Soo Kwan ໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າຂົນຂວາຍໃຫ້ບັນດາວິສາຫະກິດຂະໜາດໃຫຍ່, ມີກຳລັງຄວາມສາມາດຢູ່ພາກພື້ນເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ພ້ອມທັງ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາທັງລວງກ້ວາງ, ລວງເລິກໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ