ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດຫວຽດນາມ

(VOVWORLD) -      ໃນການລົງປະຕິບັດງານຢູ່ນະຄອນໂຮ່ຈິມິນ, ຕອນບ່າຍວັນທີ 19 ມັງກອນ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ , ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດຫວຽດນາມໄດ້ເຖິງແກ່ມໍລະນະກຳຜ່ານສະໄໝຕ່າງໆ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະໄປ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ອະດີດປະທານສະພາແຫ່ງລັດ, ອະດີດຮອງປະທານສະພາລັດຖະມົນຕີ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫວໍຈີ້ກົງ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານພົນເອກ ເລດຶກແອງ, ອະດີດປະທານປະເທດ ແລະ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ .

     ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ນັກທະນາຍຄວາມ ຫງວຽນຮິ້ວເຖາະ ອະດີດ ຮັກສາການປະທານປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ